ຄະນະປະທານກອງປະຊຸມ
(ພາບ: Hoàng Chương/ TTXVN)
(vovworld) - ກອງປະຊຸມສາກົນກ່ຽວກັບການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບຫວຽດນາມ-ລາວ ໄລຍະ 2014-2016 ຖືກດຳເນີນແຕ່ວັນທີ 3-4/11, ຢູ່ແຂວງຄຳມ່ວນ ປະເທດລາວ. ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ອອກແຈ້ງການຮ່ວມເປັນເອກະພາບຍູ້ແຮງວຽກງານໂຄສະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ຍົກສູງຄວາມຮັບຮູ້ໃນໝູ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນປະຊາຊົນເຂດຊາຍແດນ 2 ປະເທດ. ກ່ຽວກັບແນວທາງ, ແຜນນະໂຍບາຍຂອງ 2 ພັກ, ການປະຕິບັດກົດໝາຍຂອງ 2 ລັດ, ມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດກໍ່ຄືໜ້າທີ່ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ລະຫວ່າງ ຫວຽດນາມ-ລາວ. ແຈ້ງການຮ່ວມກໍ່ເນັ້ນໜັກວ່າ: 2 ຝ່າຍຍູ້ແຮງການສົ່ງເສີມພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບັນດາແຂວງມີເສັ້ນຊາຍແດນລວມ, ພ້ອມທັງຄົ້ນພົບ, ສະກັດກັ້ນບັນດາກົນອຸບາຍ, ການກະທຳທຳລາຍ, ກໍ່ຄວາມຂາດສະຖຽນລະພາບເຂດຊາຍແດນ ແລະ ການແບ່ງແຍກຄວາມສາມັກຄີ, ມິດຕະພາບຫວຽດນາມ-ລາວໂດຍໄວ; ປະຕິບັດການແຮກສ່ຽວ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງບັນດາຫົວໜ່ວຍ, ບ້ານ, ຕາແສງ, ເມືອງ ແລະ ບັນດາແຂວງໃນເຂດຊາຍແດນ.