ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນທຸກຂົງເຂດ
ນາຍົກລັດຖະມົນຕີ ລາວ ແລະ ນາຍົກລັດຖະມົນຕີ ຫວຽດນາມ
(ພາບ: TTXVN)
|
(vovworld) – ຕອນເຊົ້າວັນທີ 18/7, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ແມ່ນ 2 ປະເທດມີການພົວພັນມິດຕະພາບສາມັກຄີແບບພິເສດ, ພັກ, ລັດ ແລະ ທ້ອງຖິ່ນຕ່າງໆພ້ອມກັບບັນດາວິສາຫະກິດ ຫວຽດນາມ ພ້ອມແລ້ວໜູນຊ່ວຍ ແລະ ຮ່ວມມືກັບ ລາວ ໃນການພັດທະນາເສດຖະກິດ, ສັງຄົມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ກ່ອນໜ້ານັ້ນ, ໃນການເຈລະຈາເມື່ອຕອນບ່າຍວັນທີ 17/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢືນຢັນວ່າ: ໄລຍະຈະມາເຖິງ, 2 ຝ່າຍຈະສຸມໃສ່ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະປະຈຳປີລະຫວ່າງ 2 ກົມການເມືອງຂອງ 2 ປະເທດໃນປີ 2015, ທີ່ກອງປະຊຸມຄັ້ງທີ 37 ຄະນະກຳມງາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ລາວ ໃນເດືອນ 1/2015 ຢ່າງມີປະສິດທິຜົນ, ຜັນຂະຫຍາຍໝາກຜົນຂອງສັນຍາການຄ້າໃໝ່ ແລະ ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ, ຍູ້ແຮງການແລກປ່ຽນການຄ້າໃນ 6 ເດືອນທ້າຍປີ 2015, ສູ້ຊົນປະຕິບັດຄາດໝາຍບັນລຸ 2 ຕື້ USD ໃນປີ 2015. 2 ຝ່າຍພ້ອມກັນເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາຍແດນ, ຮ່ວມມືກ່ຽວກັບຄົມມະນາຄົມຂົນສົ່ງ… 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສ ອາຊຽນ, ພາກພື້ນ ແລະ ສາກົນໃນການຊຸກຍູ້ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາຂໍ້ຕົກລົງໃນພາກພື້ນ.