ຫວຽດນາມແລະສິງກາໂປເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ
ພົນເອກ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Tan Tee How, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ສິງກາໂປ
(ພາບ: cand.com.vn)
(vovworld) – ຕອນບ່າຍວັນທີ 16/11, ຢູ່ ຮ່າໂນ້ຍ, ພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tan Tee How, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ສິງກາໂປ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງທ່ານ Tan Tee How ໃນການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ກະຊວງໃນຊຸມປີຜ່ານມາ. ດ້ວຍບັນດາການປະກອບສ່ວນສຳຄັນຂອງທ່ານ Tan Tee How ສຳລັບການຮ່ວມມືພັດທະນາລະຫວ່າງກະຊວງຕຳຫຼວດ ຫວຽດນາມ - ກະຊວງພາຍໃນສິງກາໂປ, ກະຊວງຕຳຫຼວດ ຫວຽດນາມ ຕົກລົງມອບຫຼຽນກາທີ່ລະນຶກປົກປັກຮັກສາຄວາມສະຫງົບໃຫ້ແກ່ທ່ານ Tan Tee How. ສ່ວນທ່ານ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ສິງກາໂປ Tan Tee How ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງກະຊວງ ຕຳຫຼວດ ຫວຽດນາມ - ກະຊວງພາຍໃນສິງກາໂປ ໃຫ້ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນຢ່າງແທດຈິງ.