ຫວຽດນາມແລະອັງກິດຊຸກຍູ້ການຮ່ວມມືດ້ານການສຶກສາຢ່າງໝັ້ນຄົງ

ຫວຽດນາມແລະອັງກິດຊຸກຍູ້ການຮ່ວມມືດ້ານການສຶກສາຢ່າງໝັ້ນຄົງ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ
ກ່າວ​ຄຳເຫັນ​ທີ່ພິທີ​ໄຂ​ເວທີ​ປາ​ໄສ (ພາບ:Vietnam+)

(vovworld) – ​ ດ້ວຍ​ຫົວ​ຂໍ້ “​ເຊື່ອມ​ຕໍ່​ກະລາ​ໂອກາດ​ເພື່ອ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ສຶກສາ​ຢ່າງ​ໝັ້ນຄົງ”, ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານການ​ສຶກສາ ຫວຽດນາມ - ອັງກິດ ​ໄດ້​ຈັດ​ຕັ້ງ​ຂຶ້ນໃນ​ວັນ​ທີ 11/9 ຢູ່​ນະຄອນຫລວງ ລອນ​ດອນ, ລາຊະ​ອານາຈັກ ອັງກິດ ​ໄດ້​ກາຍ​ເປັນ​ຂົວ​ຕໍ່ ​ເພື່ອ​ບັນດາ​ຮາກ​ຖານການ​ສຶກສາ ​ແລະ ບຳລຸງ​ສ້າງ 2 ປະ​ເທດ​ພົບ​ປະ, ​ແລກປ່ຽນ​ບົດ​ຮຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ 2 ປະ​ເທດ​ພ້ອມ​ກັບ​ຜູ້ຕາງ​ໜ້າ​ຂອງ​ມະຫາວິທະຍາ​ໄລ ​ແລະ ອົງການ​ສຶກສາ​ແຖວ​ໜ້າ ຫວຽດນາມ - ອັງກິດຈຳນວນ 100 ທ່ານ. ກ່າວ​ຄຳເຫັນ​ທີ່ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ຢືນຢັນ​ວ່າ: ການ​ສຶກສາຍາມ​ໃດ​ກໍ​ແມ່ນລັດຖະນະ​ໂຍບາຍແຖວ​ໜ້າ​ຂອງ​ລັດຖະບານ ຫວຽດນາມ ​ແລະ ການ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ ​ແມ່ນ​ໜຶ່ງ​ໃນ​ບັນດາບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເຊື່ອ​ໝັ້ນ​ວ່າ: ​ເວທີ​ປາ​ໄສ​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ການ​ຊຸກຍູ້​ຮ່ວມ​ມື​ດ້ານ​ສຶກສາ ຫວຽດນາມ -ອັງກິດ, ປະກອບສ່ວນ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ​ໃຫ້ ຫວຽດນາມ ​ໃນ​ສະພາວະທີ່ 2 ປະ​ເທດສະ​ເຫຼີ​ມສະຫຼອງ 5 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ. ທ່າ​ນນາງ Cherry Gough, ຜູ້ອຳນວຍການ​ສະພາ ອັງກິດ - ຫວຽດນາມ ກໍ​ສະ​ແດງ​ຄວາມ​ຫວັງວ່າ ​ເວ​ທີ​ປາ​ໄສ​ຈະ​ເປີດ​ໃຫ້​ບັນດາ​ກາລະ​ໂອກາດ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ​່ງ, ກ້ວາງ​ຂວາງ​ກ່ວາ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ເວ​ທີ​ປາ​ໄສ, 2 ຝ່າຍ​ກໍ​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສະພາ ອັງກິດ ​ແລະ ອົງການ​ສາກົນ​ມະຫາວິທະຍາ​ໄລ ລາຊະ​ອານາຈັກ​ອັງກິດ.

ຂ່າວ/ບົດ​ອື່ນ