ຫວຽດນາມແລະອາເມລິກາຮ່ວມມືປັບປຸງວຽກງານຮັບມືກັບໄພທຳມະຊາດ
(ພິທີຕັດແຖບຜ້າເປີດສະຫຼອງສູນປະສານງານຄຸ້ມຄອງໄພທຳມະຊາດ)
(vovworld) - ວັນທີ 02/03, ທ່ານຮອງເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Susan Sutton ແລະ ຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ເປີດສະຫຼອງສູນປະສານງານຄຸ້ມຄອງໄພທຳມະຊາດ ເພື່ອແນໃສ່ຊ່ວຍຍົກສູງກຳລັງຄວາມສາມາດຂອງຫວຽດນາມ ໃນວຽກງານຮັບມືກັບໄພທຳມະຊາດ ແລະ ໜູນຊ່ວຍກຸ່ມສາມັນຊົນຜູ້ສ່ຽງໄພສູງກວ່າເພີ່ນເມື່ອເກີດໄພທຳມະຊາດ. ສູນໃໝ່ແຫ່ງນີ້ຈະຊ່ວຍບັນດາເຈົ້າໜ້າທີ່ທ້ອງຖິ່ນບັນຊາການຍົກຍ້າຍປະຊາຊົນອອກຈາກບັນດາເຂດເຮືອນທີ່ອັນຕະລາຍ, ສະສົມເຄື່ອງຮັບໃຊ້ຊີວິດການເປັນຢູ່ທີ່ຈຳເປັນທີ່ສະຫງວນໃຫ້ແກ່ການກູ້ຊ່ວຍຢ່າງຮີບດ່ວນ ແລະ ຮັບມືກັບຜົນຮ້າຍຢ້ອນຫຼັງຈາກພະຍຸ... ສູນປະສານງານຄຸ້ມຄອງໄພທຳມະຊາດກໍມີບົດບາດເປັນແຫ່ງຫຼີກລ້ຽງພະຍຸຢ່າງປອດໄພ. ນີ້ແມ່ນໜຶ່ງໃນບັນດາສູນປະສານງານໄພທຳມະຊາດ ແລະ ຫຼີກລ້ຽງ ເຊິ່ງອາເມລິກາ ແລະ ຫວຽດນາມ ພວມພ້ອມກັນກໍ່ສ້າງ ຄືດັ່ງຄວາມມານະພະຍາຍາມລວມ ເພື່ອແນໃສ່ຍົກສູງຄວາມສາມາດຮັບມື ແລະ ຄວາມທົນທານຂອງຫວຽດນາມ ສຳລັບໄພທຳມະຊາດທີ່ເກີດຂຶ້ນຢູ່ບັນດາເຂດແຄມທະເລ.