ຫວຽດນາມແລະຮຸງກາຣີກຽມພ້ອມເຊັບສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ
ທ່ານຫງວຽນຮ່ວາບີ່ງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ
(ພາບ:tuoitre.vn)
(vovworld) – ໃນລະຫວ່າງວັນທີ 20-23/4, ຄະນະພະນັກງານ ອົງການໄອຍະການຂັ້ນສູງຂອງຫວຽດນາມ ໂດຍທ່ານ ຫງວຽນຮ່ວາບີ່ງ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຮຸງກາຣີ. ວັນທີ 22/4, ຢູ່ສຳນັກງານສະພາແຫ່ງຊາດຮຸງກາຣີ, ຄະນະພະນັກງານຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຮຸງກາຣີ Zsolt SemJen . ນະທີ່ນີ້, ທ່ານ Zsolt SemJen ເນັ້ນໜັກວ່າ: ຮຸງກາຣີ ຈະເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງອົງການໄອຍະການຂອງ 2 ປະເທດ, ໃນນັ້ນມີເລື່ອງ ຮຸງກາຣີ ຊ່ວຍ ຫວຽດນາມ ບຳລຸງສ້າງພະນັກງານທີ່ມີຄຸນນະພາບສູງໃຫ້ຂະແໜງຍຸຕິທຳ.
ກ່ອນໜ້ານັ້ນ, ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບີ່ງ ແລະ ບັນດາສະມາຊິກໃນຄະນະໄດ້ມີການເຈລະຈາ ກັບທ່ານຫົວໜ້າອົງການໄອຍະການສູງສຸດ ຮຸງກາຣີ Peter Polt ແລະ ການນຳຂອງອົງການໄອຍະການ ຢ່າງແທດຈິງ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການຕໍ່ສູ້ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳດ້ານການເງິນ. ທ່ານ ຫງວຽນຮ່ວາບີ່ງ ຊີ້ແຈ້ງວ່າ: ຫວຽດນາມ ຢາກຮຳ່ຮຽນ ແລະ ນຳໃຊ້ບັນດາໝາກຜົນການຄົ້ນຄ້ວາຂອງສູນຄົ້ນຄ້ວາອາດຊະຍາກຳທີ່ຂຶ້ນກັບອົງການໄອຍະການຢ່າງສຳເລັດຜົນ.