ຫວຽດນາມແລະເຢຍລະມັນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳເຢຍລະມັນ ດ່ວານຊວນຮືງ
(ພາບປະກອບ)
(vovworld) - ຫວຽດນາມ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອສາມາດເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືໃນຫຼາຍຂົງເຂດ. ນີ້ແມ່ນຄຳເຫັນຂອງທ່ານເອກອັກຄະລັດຖະທູດຫວຽດນາມປະຈຳເຢຍລະມັນ ດ່ວານຊວນຮືງ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ Berlin ກ່ອນການຢ້ຽມຢາມເຢຍລະມັນ ຂອງທ່ານປະທານປະເທດເຈືອງເຕີນຊາງ. ຕາມທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ແລ້ວ, ພາບຫຼັງຫວຽດນາມ ແລະ ເຢຍລະມັນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ມີບັນດາບາດກ້າວພັດທະນາ. ໃນການພົວພັນດ້ານການເມືອງ ແລະ ການທູດ, 2 ຝ່າຍໄດ້ມີຄວາມເຂົ້າອົກເຂົ້າໃຈ ແລະ ແບ່ງປັນເຊິ່ງກັນແລະກັນໃນການຮ່ວມມືຫຼາຍຂົງເຂດ. ກ່ຽວກັບການພົວພັນດ້ານການຄ້າ, ເຢຍລະມັນ ໄດ້ກາຍເປັນຄູ່ຄ້າອັນດັບໜຶ່ງຂອງຫວຽດນາມ ໃນບັນດາປະເທດສະຫະພາບເອີລົບ (EU). ກ່ຽວກັບການຢ້ຽມຢາມເຢຍລະມັນ ຂອງທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ໃຫ້ຮູ້ວ່າ, ທ່ານປະນາທິບໍດີເຢຍລະມັນ ພວມລໍ້ຖ້າການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈືອງເຕີນຊາງ.