ພິທີລົງນາມໃນບົດບັນທຶກບັນທຶກຊ່ວຍຈຳດ້ານຕຸລາການ
ລະຫວ່າງໄທ ແລະ ຫວຽດນາມ
ພາບ:cpv.org.vn
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮ່າຮຸ່ງເກື່ອງ, ວັນທີ 23/3, ທ່ານລັດຖະມົນຕີກະຊວງຍຸຕິທຳ ໄທ ໄພບູນ ຄຸ້ມຈາຢາ ນຳໜ້າຄະນະພະນັກງານຂັ້ນສູງ ກະຊວງຍຸຕິທຳ ໄທ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຕອນເຊົ້າວັນທີ 23/3, ຢູ່ຮ່າໂນ້ຍ, ລັດຖະມົນຕີກະຊວງຍຸຕິທຳທັງ 2 ທ່ານ ໄດ້ເຈລະຈາ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປະຕິຮູບກົດໝາຍ ແລະ ຕຸລາການ ແລະ ແລກປ່ຽນຄວາມເຫັນກ່ຽວກັບວຽກງານສ້າງ ແລະ ປະຕິບັດກົດໝາຍຢູ່ແຕ່ລະປະເທດ. ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີ ຮ່າຮຸ່ງເກື່ອງ ແລະ ທ່ານລັດຖະມົນຕີ ໄພບູນ ຄຸ້ມຈາຢາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດດ້ານກົດໝາຍ ແລະ ຕຸລາການລະຫວ່າງ 2 ກະຊວງ, ຕາມນັ້ນແລ້ວ, 2 ຝ່າຍກໍ່ພ້ອມກັນຮ່ວມມືແລກປ່ຽນບົດຮຽນກ່ຽວກັບການປະຕິຮູບກົດໝາຍ, ປະຕິຮູບຕຸລາການ; ສ້າງກົດໝາຍກ່ຽວກັບການປະຕິບັດຄຳຕັດສິນລົງໂທດດຳເນີນຄະດີແພ່ງໃຫ້ສົມບູນແບບ; ສົມທົບກັນໃນບັນດາເຄື່ອນໄຫວຮ່ວມມືກ່ຽວກັບກົດໝາຍ ແລະ ຕຸລາການຢູ່ລະດັບ ພາກພື້ນ ແລະ ສາກົນ ເຊິ່ງ 2 ຝ່າຍກໍ່ມີຄວາມສົມໃຈ.