ຫວຽດນາມໃຫ້ບຸລິມະສິດແກ່ການພັດທະນາພະລັງງານສະອາດ
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຕ້ອນຮັບທ່ານນາງ Lisa Davis
ພາບ:vov
|
(vovworld)- ທີ່ການຕ້ອນຮັບທ່ານນາງ Lisa Davis, ສະມາຊິກຂັ້ນສູງ ຄະນະບໍລິຫານງານກຸ່ມບໍລິສັດ Siemes ໃນຕອນບ່າຍວັນທີ 20/7, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ຢຶນຢັນ: ຫວຽດນາມ ບຸລິມະສິດການພັດທະນາພະລັງງານສະອາດ ແລະ ໃຫ້ຮູ້ວ່າ: ເພື່ອປະຕິບັດຄາດໝາຍການເຕີບໂຕແບບຍືນຍົງ, ຫວຽດນາມ ຄວນມີລະບົບພື້ນຖານໂຄງລ່າງໃຫ້ເໝາະສົມ. ໃນໄລຍະຈະມາເຖິງ ຫວຽດນາມ ຈະສຸມໃສ່ພັດທະນາລະບົບເສັ້ນທາງຄວາມໄວສູງຢູ່ຫລາຍຂົງເຂດ. ຫວຽດນາມ ກໍມີຄວາມຕ້ອງການພັດທະນາລະບົບສາຍທາງລົດໄຟຄວາມໄວສູງ, ກໍ່ສ້າງບັນດາທ່າອາກາດສະຍານ.. ຕາມທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ແລ້ວ, ເລື່ອງນຳໃຊ້ບັນດາເຕັກໂນໂລຊີມີປະສິດທິພາບສູງ, ປະຢັດພະລັງງານ, ມີຄວາມປອດໄພ ແລະ ບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ແມ່ນບຸລິມະສິດຂອງ ລັດຖະບານຫວຽດນາມ ໃນໄລຍະຈະມາເຖິງ, ພິເສດໃນຂົງເຂດພະລັງງານ. ປະຈຸບັນ ລັດຖະບານຫວຽດນາມ ພວມສືບຕໍ່ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຕາມທິດ ເປັນມິດຕໍ່ສິ່ງແວດລ້ອມ, ໝູນໃຊ້ວິທະຍາສາດ ເຕັກໂນໂລຊີທີ່ກ້າວຫນ້າໃນແຕ່ລະໂຄງການ.
ສ່ວນທ່ານນາງ Lisa Davis ຕີລາຄາສູງການຫນູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຂະແຫນງການຂອງຫວຽດນາມໃນໄລຍະຜ່ານມາ ພິເສດ ແມ່ນບັນດາຄວາມມານະພະຍາຍາມຂອງລັດຖະບານໃນການປັບປຸງສິ່ງແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານນາງ Lisa Davis ໃຫ້ຄຳໝັ້ນສັນຍາ ຈະຫນູນຊ່ວຍຫວຽດນາມໃນການບຳລຸງສ້າງຫລາຍກວ່າ, ພັດທະນາແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ແລະ ນຳໃຊ້ບັນດາເຕັກໂນໂລຊີມີຄວາມປອດໄພທີ່ສຸດຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, Simemens ສະແດງຄວາມປາດຖະຫນາຢາກເປີດກວ້າງການລົງທຶນ, ດຳເນີນທຸລະກິດເຂົ້າໃນບັນດາຂົງເຂດພັດທະນາພື້ນຖານຄົມມະນາຄົມຂົນສົ່ງ, ຂຸດຄົ້ນ, ປຸງແຕ່ງນ້ຳມັນອາຍແກສ.