ຫວຽດນາມໄດ້ຄັດເລືອກຍຸດທະສາດເພື່ອຊຸກຍູ້ການຫັນການຄ້າເປັນເສລີກວ່າ
ທ່ານລັດຖະມົນຕີການຄ້າ, ທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ Steven Ciobo
(ພາບປະກອບ: acfid.asn.au)
(vovworld) - ທ່ານລັດຖະມົນຕີການຄ້າ, ທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ Steven Ciobo ຫາກໍ່ມີບົດຂຽນລົງໃນເວັບໄຊ ຂອງກະຊວງການຕ່າງປະເທດອົດສະຕາລີ, ໃນນັ້ນໄດ້ຕີລາຄາກ່ຽວກັບການປະຕິຮູບທີ່ນຳມາເຊິ່ງການເຕີບໂຕທາງດ້ານເສດຖະກິດໃຫ້ແກ່ຫວຽດນາມ. ໃນບົດຂຽນ, ທ່ານລັດຖະມົນຕີ Steven Ciobo ຕີລາຄາວ່າ, ໃນໂລກມີບໍ່ເທົ່າໃດປະເທດອະທິບາຍກ່ຽວກັບບັນດາຜົນປະໂຫຍດຈາກການຫັນການຄ້າເປັນເສລີ ແລະ ລົງທຶນໄດ້ດີກວ່າຄືຫວຽດນາມ. 3 ທົດສະວັດ, ນັບແຕ່ເມື່ອຫວຽດນາມ ປຸກລະດົມປະຕິຮູບການປ່ຽນໃໝ່, ໄລ່ຮອດກາງສະຕະວັດທີ 21 ນີ້, ຄາດວ່າ, ຫວຽດນາມ ຈະເຂົ້າຮ່ວມກຸ່ມ 20 ພື້ນຖານເສດຖະກິດແຖວໜ້າຂອງໂລກ.
ທ່ານລັດຖະມົນຕີ Steven Ciobo ຢືນຢັນວ່າ: ລັດຖະບານອົດສະຕາລີ ເຫັນໄດ້ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດອົດສະຕາລີ ເພື່ອກວມອັດຕາສ່ວນຕະຫຼາດໃນບັນດາຂົງເຂດຄື: ກະສິກຳ, ພະລັງງານ, ການບໍລິການການເງິນ, ການສຶກສາ… ຢູ່ຫວຽດນາມ. ທ່ານລັດຖະມົນຕີ Steven Ciobo ເນັ້ນໜັກວ່າ, ທ່ານຈະພ້ອມກັບທ່ານນາຍົກລັດຖະມົນຕີ Malcolm Turnbull ລໍຖ້າການມາຢ້ຽມຢາມຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ APEC ປີ 2017 ເຊິ່ງຫວຽດນາມ ແມ່ນປະເທດເຈົ້າພາບຈັດຕັ້ງ ແລະ ສ້າງການພົວພັນຄູ່ຮ່ວມມືເສດຖະກິດລະຫວ່າງ 2 ປະເທດ.