ຫວຽດນາມ-ໄທມຸ່ງໄປເຖິງການພັດທະນາແບບຍືນຍົງແລະຄວາມໝັ້ນຄົງໃນພາກພື້ນ
ທ່ານ ຫງວຽນເຕີດແທ່ງ ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ໄທ
(vovworld) – ວັນທີ 12/07 ຢູ່ ບາງກອກ ປະເທດ ໄທ, ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ໄທ ເພື່ອຄວາມວັດທະນາຖາວອນລວມ, ການພັດທະນາແບບຍືນຍົງ ແລະ ຄວາມໝັ້ນຄົງໃນພາກພື້ນ. ກອງປະຊຸມສຳມະນາໂດຍສະຖາບັນຄົ້ນຄ້ວາຄວາມໝັ້ນຄົງແລະ ສາກົນ, ມະຫາວິທະຍາໄລ ຈຸລາລົງກອນ ແລະ ສະຖາບັນຄົ້ນຄວ້າ ອາຊຽນ ຂຶ້ນກັບສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ນີ້ແມ່ນການເຄື່ອນໄຫວທີ່ນອນໃນບັນດາເຫດການ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (06/08/1976 – 06/08/2016). ກ່າວຄຳເຫັນກອງປະຊຸມສຳມະນາ, ທ່ານ ຫງວຽນເຕີດແທ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ: ໄທ ແມ່ນໜຶ່ງໃນບັນດາປະເທດ ອາຊຽນ ສຸດທ້າຍທີ່ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ແຕ່ພັດແມ່ນປະເທດທຳອິດທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນປຶກສາຫາລືບັນດາທັດສະນະກ່ຽວກັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (CLMVT), ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ພາຍຫລັງຄຳຕັດສິນຂອງສານກຳມະການປະຈຳ (PCA), ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາກ່ຽວກັບບັນດາເຂື່ອນໄຟຟ້າຢູ່ຕົ້ນນ້ຳທີ່ມີຜົນສະທ້ອນເຖິງເຂດທົ່ງພຽງແມ່ນ້ຳຂອງ, ແງ່ຫວັງແລວເສດຖະກິດຕາເວັນອອກ - ຕາເວັນຕົກໃຫ້ເທົ່າທຽມກັບແລວເສດຖະກິດທາງທິດໃຕ້.