ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມືພັດທະນາພະລັງງານ
ສະອາດ (ພາບ: NL)
(vovworld) – “ພະລັງງານສະອາດໃນອະນາຄົດ” ແມ່ນຫົວເລື່ອງຂອງກອງປະຊຸມສຳມະນາ ໂດຍອົງການສົ່ງເສີມການລົງທຶນການຄ້າ ສ.ໄອແລນ ແລະ ທ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັນຈັດຕັ້ງໃນວັນທີ 5/11 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານາທິບໍດີ ໄອແລນ Olafur Ragnar Grimsson ຖືວ່າ: ເລື່ອງພັດທະນາພະລັງງານນຳມາເຊິ່ງຜົນປະໂຫຍດຫລາຍຢ່າງໃຫ້ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ. ເພາະສະນັ້ນ ຫວຽດນາມ ແລະ ໄອແລນ ຄວນເພີ່ມທະວີການຮ່ວມມືໃນຂົງເຂດດັ່ງກ່າວ. ເມື່ອແລກປ່ຽນກ່ຽວກັບສະພາບການນຳໃຊ້ບັນດາແຫຼ່ງພະລັງງານຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ຖືວ່າ: 2 ຝ່າຍມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການຂຸດຄົ້ນ, ໜູນໃຊ້ພະລັງງານຜະລິດຄືນໃໝ່. ນີ້ແມ່ນຂົງເຂດ ຊຶ່ງ ຫວຽດນາມ ເອົາໃນໃສ່ເປັນພິເສດ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍເຕັກໂນໂລຢີກ້າວໜ້າຂອງ ໄອແລນ, 2 ຝ່າຍຈະຊຸກຍູ້ການຮ່ວມມືຊອກຫາ, ສຳຫລວດ, ໜູນໃຊ້ແຫຼ່ງພະລັງງານຄວາມຮ້ອນຈາກຜິວໂລກຢູ່ ຫວຽດນາມ