ຫວຽດນາມ - ການາດາ ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ໃຫ້ຫຼາຍກ່ວາອີກ
(VOVWORLD) -ຕອນເຊົ້າວັນທີ 9 ກໍລະກົດ 2020, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Marta Morgan ລັດຖະມົນຕີຜູ້ທີ 1 ກະຊວງບັນດາບັນຫາທົ່ວໂລກ ການາດາ ໄດ້ ເປັນປະທານຮ່ວມການປຶກສາຫາລືດ້ານດານເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ການາດາ ຄັ້ງທີ 2 ຕາມຮູບການທາງອອນລາຍ.
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Marta Morgan ລັດຖະມົນຕີຜູ້ທີ 1 ກະຊວງບັນດາບັນຫາທົ່ວໂລກ ການາດາ (ພາບ: TTXVN) |
ສອງຝ່າຍໄດ້ຕີລາຄາສູງການພັດທະນາ ອັນດີງາມ ຂອງການພົວພັນສອງຝ່າຍໃນບັນດາ ຂົງເຂດ, ເປັນຕົ້ນແມ່ນພາຍຫຼັງ ສອງປະເທດ ສ້າງການພົວພັນ ຄູ່ຮ່ວມມືຍຸດທະສາຮອບດ້ານໃນປີ 2017 ແລະ ກ້າວເຂົ້າສູ່ການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊີຟິກ (CPTPP). ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນໃຫ້ຫຼາຍກ່ວາອີກໃນສະພາບການຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ, ການາດາແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ 3 ຂອງຫວຽດນາມ ຢູ່ພາກພື້ນອາເມລິກາ, ກຳແໜ້ນກາລະໂອກາດຂອງທ່າອ່ຽງຫັນການຄ້າ ແລະ ລະບົບສະໜອງ ຂອງບັນດາປະເທດເປັນຫຼາຍຮູບຫຼາຍແບບພາຍຫຼັງ Covid – 19.
ກ່ຽວກັບການຮ່ວມມືຫຼາຍຝ່າຍສອງຝ່າຍຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນໃນປີ ຫວຽດນາມເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊໃນອາຍຸການ 2020 – 2021. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ແມ່ນ້ຳຂອງ.