ຫວຽດນາມ “ກ້າວເດີນຢ່າງຖືກທິດ” ໃນການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ

(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ມີການເຮັດວຽກກັບທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕ່າງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ.
ຫວຽດນາມ “ກ້າວເດີນຢ່າງຖືກທິດ” ໃນການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ - ảnh 1ທີ່ການເຮັດວຽກ
(ພາບ: ກະຊວງສາທາລະນະສຸກ)

ເມື່ອແລກປ່ຽນກ່ຽວກັບຜູ້ຕາງໜ້າ WHO, ທ່ານລັດຖະມົນຕີ ຫງວຽນແທງລອງ ຕີລາຄາວ່າ ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ພວມມີການຜັນແປຢ່າງສັບສົນ ແລະ ໂລກລະບາດຮອບນີ້ຍັງຈະແກ່ຍາວ. ເພື່ອຮັບມືກັບໂລກລະບາດຮອບນີ້, ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການຢ່າງຂ້ຽວຂາດ, ແຂງແຮງກວ່າເມື່ອທຽບໃສ່ບັນດາຮອບກ່ອນນີ້. ທ່ານລັດຖະມົນຕີກໍ່ຍົກອອກຄວາມຫຍຸ້ງຍາກບາງຢ່າງຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ກໍຄືຄວາມຈຳກັດກ່ຽວກັບແຫຼ່ງສະໜອງວັກຊິນກັນໂຄວິດ-19.

ສ່ວນທ່ານ Kidong Park ຕີລາຄາວ່າ ໂລກລະບາດຮອບທີ 4 ນີ້ແມ່ນຫຍຸ້ງຍາກທີ່ສຸດດ້ວຍລະດັບແຜ່ລະບາດຢ່າງຮ້າຍແຮງຂອງໄວຣັດສາຍພັນໃໝ່ Delta, ແຕ່ຫວຽດນາມ ໄດ້ “ກ້າວເດີຍຢ່າງຖືກທິດ” ໃນການນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ. ຜູ້ຕາງໜ້າ WHO ເຊື່ອໝັ້ນວ່າ, ຫວຽດນາມ ສາມາດຜ່ານຜ່າໂລກລະບາດໄດ້ ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ. ອົງການ WHO ປະຈຳຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ແລະ ກະຊວງສາທາລະນະສຸກ ໃນວຽກງານປ້ອງກັນ, ຕ້ານໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ