ຫວຽດນາມ ຄັດຄ້ານ ຈີນ ເປີດສາຍການບິນໄປຍັງເກາະຟູ໋ເລີມຂຶ້ນກັບໝູ່ເກາະຮ່ວາງຊາ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານເລຫາຍບີງ
(vovworld) - ວັນທີ 23/12/2016 ທີກ່ຽວຂ້ອງເຖິງເລື່ອງວັນທີ 22/12/2016, ຈີນ ເປີດສາຍການບິນພົນລະເຮືອນເປັນປະຈຳເຖິງສະໜາມບິນຢູ່ເກາະ ຟູ໋ເລີມ, ໝູ່ເກາະ ຮ່ວາງຊາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານເລຫາຍບີງ ຊີ້ແຈ້ງວ່າ ເລື່ອງຈີນ ເປີດສະຫຼອງສາຍການບິນພົນລະເຮືອນເຖິງ ຟູ໋ເລີມ ແມ່ນການກະທຳລ່ວງລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ຢ່າງຮ້າຍແຮງ. ຫວຽດນາມ ມີພະຍານຫຼັກຖານ ແລະ ພື້ນຖານນິຕິກຳອັນຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະ ຮ່ວາງຊາ ກໍ່ຄືໝູ່ເກາະ ເຈື່ອງຊາ. ທ່ານ ເລຫາຍບີງ ໃຫ້ຮູ້ວ່າ: ຫວຽດນາມ ເດັດດ່ຽວຄັດຄ້ານການກະທຳດັ່ງກ່າວ ແລະ ຮຽກຮ້ອງ ຈີນ ຢຸດຕິບັນດາການກະທຳລ່ວງລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ.