ຫວຽດນາມ ຈຸດນັດພົບອັນດູດດື່ມໃນປີ 2013
(vovworld) - ຕາມການຄາດຄະເນຂອງສະຫະສະມາຄົມການທ່ອງທ່ຽວ ອາເມລິກາ ແລ້ວ: ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນບັນດາປະເທດຫາກໍ່ພົ້ນເດັ່ນຊຶ່ງນັກທ່ອງທ່ຽວສາກົນເລືອກເຟັ້ນໃນປີ 2013. ຕາມການສຳຫລວດເນື່ອງໃນໂອກາດຈັດກອງປະຊຸມປະຈຳປີຊຶ່ງສະຫະສະມາຄົມການທ່ອງທ່ຽວ ອາເມລິກາ ຈັດຂຶ້ນຢູ່ Hawaii ສະຫະລັດອາເມລິກາ, ເມື່ອຖືກຖາມຊື່ຂອງບັນດາປະເທດຄາດວ່າ ນັກທ່ອງທ່ຽວຈະເລືອກເຟັ້ນເພື່ອໄປຢ້ຽມຢາມຫລາຍກວ່າໝູ່ໃນປີຈະມາເຖິງ, ບັນດາສະມາຊິກຂອງສະຫະສະມາຄົມດັ່ງກ່າວໄດ້ຄັດເລືອກປະເທດມ້ຽນມາ, ຫວຽດນາມ ແລະ ອິນເດຍ ຫລາຍກວ່າໝູ່. ຖັດມາ ແມ່ນ Peru, ກຳປູເຈຍ ແລະ ບຣາຊີນ.