ຫວຽດ​ນາມ ຈະ​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ບັນ​ດາ​ໂຄງ​ການ​ທີ່​ໄດ້​ລົງ​ນາມ​ກັບ​ທະ​ນາ​ຄານ​ໂລກ

(VOVWORLD) -ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ.
ຫວຽດ​ນາມ ຈະ​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ບັນ​ດາ​ໂຄງ​ການ​ທີ່​ໄດ້​ລົງ​ນາມ​ກັບ​ທະ​ນາ​ຄານ​ໂລກ - ảnh 1ການເຮັດວຽກລະຫວ່າງທ່ານທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ກັບ ທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ (ພາບ: vpcp.chinhphu.vn)

ກ່າວຄຳເຫັນໃນການເຮັດວຽກກັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ທີ່ຖືກຈັດຂຶ້ນຜ່ານທາງອອນລາຍໃນຕອນເຊົ້າວັນທີ 25 ມີນາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ. ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ລັດຖະບານ ຫວຽດນາມ ຈະສືບຕໍ່ກຳນົດແຫຼ່ງກຳລັງໜູນຊ່ວຍ, ຂົງເຂດບຸລິມະສິດຂອງ ຫວຽດນາມ ແລະ ທະນາຄານໂລກ, ສ້າງບັນຊີລາຍຊື່ບັນດາໂຄງການອຸປະຖຳ ໄລຍະກາງ ແຕ່ປີ 2021 – 2025, ຊຸກຍູ້ຄວາມຄືບໜ້າປ່ອຍງົບປະມານໃຫ້ແກ່ບັນດາໂຄງການ, ຍົກສູງປະສິດທິຜົນຂອງບັນດາໂຄງການທີ່ໄດ້ລົງນາມກັບທະນາຄານໂລກ.

        ນະທີ່ນີ້, ທ່ານນາງ Victoria Kwakwa ສະແດງຄຳອວຍພອນ ຫວຽດນາມ ທີ່ໄດ້ຍົກອອກກຳນົດທິດຄຸ້ມຄອງ, ນຳໃຊ້ແຫຼ່ງທຶນ ODA ແລະ ບັນດາຂົງເຂດບຸລິມະສິດລົງທຶນ ພ້ອມທັງໃຫ້ຮູ້ວ່າ ທະນາຄານໂລກ ຊົມເຊີຍ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ເຮັດວຽກກັບ ຫວຽດນາມ ໃນບັນດາບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ