ຫວຽດນາມ ຈະສືບຕໍ່ຮ່ວມມືກັບອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງໃນການປະຕິບັດເປົ້າໝາຍໜູນຊ່ວຍທ້ອງຖິ່ນເຊື່ອມຕໍ່, ເພີ່ມທະວີການຮ່ວມມືສາກົນ, ພັດທະນາເສດຖະກິດ, ດຶງດູດການລົງທຶນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ, ມະນຸດສະທຳຈາກຄູ່ຮ່ວມມືຕ່າງປະເທດ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN) |
ໃນລະຫວ່າງວັນທີ 26 – 27 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງ ເງະອານ ເພື່ອແລກປ່ຽນກ່ຽວກັບມາດຕະການຊ່ວຍເຫຼືອທ້ອງຖິ່ນພັດທະນາການພົວພັນເສດຖະກິດກັບໍຕ່າງປະເທດ. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງໃນການປະຕິບັດເປົ້າໝາຍໜູນຊ່ວຍທ້ອງຖິ່ນເຊື່ອມຕໍ່, ເພີ່ມທະວີການຮ່ວມມືສາກົນ, ພັດທະນາເສດຖະກິດ, ດຶງດູດການລົງທຶນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ, ມະນຸດສະທຳຈາກຄູ່ຮ່ວມມືຕ່າງປະເທດ.
ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ພ້ອມດ້ວຍຜູ້ຕາງໜ້າການນຳແຂວງ ເງະອານ ແລະ ສະຖານທູດ ອາເມລິກາ, ຫ້ອງການຜູ້ຕາງໜ້າອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນປາງສົມຄາມ ຢູ່ ຫວຽດນາມ ຂອງ ອາເມລິກາ ປະຈຳ ຮ່າໂນ້ຍ ກໍໄດ້ລົງໄປທັດສະນະສຶກສາສະຖານທີ່ຊອກຄົ້ນປະສົມຂອງ ອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນ ໃນປາງສົມຄາມ ຢູ່ ຫວຽດນາມ (MIA) ຢູ່ ຕາແສງ ແທງຕຽນ, ເມືອງ ແທງເຈືອງ, ແຂວງ ເງະອານ. ທ່ານຮອງລັດຖະມົນຕີ ເນັ້ນໜັກເຖິງ ນະໂຍບາຍມະນຸດສະທຳ, ແຜນນະໂຍບາຍ “ປິດອະດີດໄວ້, ມຸ່ງໄປເຖິງອະນາຄົດ” ຂອງ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະຮ່ວມມືກັບອົງການ MIA ເພື່ອສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ການເມືອງ - ການທູດ, ເສດຖະກິດ - ການຄ້າ; ສາທາລະນະສຸກ, ມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ.