ຫວຽດນາມ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າ ແລະ ສ້າງບັນດາການເຄື່ອນໄຫວຄະນະກຳມາທິການແມ່ນ້ຳຂອງ
(VOVWORLD) -ຕອນເຊົ້າວັນທີ 5 ເມສາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ,ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງ ສາກົນຄັ້ງທີ 4 ດ້ວຍຫົວຂໍ້ “ນະວັດຕະກຳ ແລະ ຮ່ວມມືເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ ແຫຼ່ງນ້ຳ ແລະ ການພັດທະນາເຂດອ່າງແມ່ນ້ຳຂອງແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບົດບາດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ, ຖືວ່າບັນດາຜົນສຳເລັດຂອງຄະນະກຳມາທິການໄດ້ ແລະ ພວມປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເກືອບ 70 ລ້ານຄົນຢູ່ເຂດອ່າງແມ່ນ້ຳ. ທ່ານໃຫ້ຮູ້ວ່າ:
ທີໜຶ່ງ ຕ້ອງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງທີ່ສຸດ, ປະຕິບັດຕາມສັນຍາແມ່ນ້ຳຂອງ ປີ 1995 ຢ່າງເຂັ້ມງວດ, ກໍ່ຄືລະບຽບການນຳໃຊ້ນ້ຳ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ. ທີສອງ, ທຸກນະໂຍບາຍ ແລະ ການກະທຳຕ້ອງຖືປະຊາຊົນເປັນໃຈກາງ, ດ້ວຍວິທີການສຳຜັດກັບປະຊາຊົນໝົດທຸກຄົນ, ຮອບດ້ານ ແລະ ທົ່ວເຂດອ່າງແມ່ນ້ຳ, ເພື່ອແນໃສ່ຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ ຂອງປະຊາຊົນ, ເພີ່ມທະວີຄວາມສາມາດໃນການປັບຕົວ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ ແລະ ຂອງແຕ່ລະປະຊາຄົມຕໍ່ໜ້າການປ່ຽນແປງໂດຍໄວໃນປັດຈຸບັນ. ທີສາມ, ເພີ່ມທະວີການສົມທົບກັນລະຫວ່າງຄະນະກຳມາທິການ ແລະ ບັນດາຂອບເຂດຮ່ວມມືອະນຸພາກພື້ນອື່ນໆ, ໃນນັ້ນເສີມຂະຫຍາຍບົດບາດເປັນສູນກາງພູນປັນຍາຂອງຄະນະກຳມາທິການ.
ກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen. ນະທີ່ນີ້, ນາຍົກລັດຖະມົນຕີ 3 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະກັນລະຫວ່າງນາຍົກລັດຖະມົນຕີ 3 ທ່ານເພື່ອຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສາມປະເທດ ຢ່າງບໍ່ຢຸດຢັ້ງ.