ຫວຽດນາມ ຍິງດາວທຽມໂທລະຄົມ VINASAT- 2

ຫວຽດນາມ ຍິງດາວທຽມໂທລະຄົມ VINASAT- 2 - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນຊົມເຊີຍ ເຫດການຫວຽດນາມຍິງ​ດາວ​ທຽມ VINASAT- 2 ສຳເລັດຜົນ
(ພາບ: internet)


Vovworld- ​ເວລາ 5 ​ໂມງ 13 ນາທີຂອງວັນທີ 16/5/2012 ຕາມເວລາ ຫວຽດນາມ, ດາວທຽມ VINASAT- 2 ຂອງ​ຫວຽດນາມ​ໄດ້​ຖືກ​ຍິງ​ຂຶ້ນ​ສູ່​ວົງ​ໂຄຈອນ​ດ້ວຍ​ລູກ​ສອນ​ໄຟ Arian 5 ຢູ່​ເຂດ​ຍິງ​ດາວ​ທຽມ  Kouru ( Guyana, ອາ​ເມ​ລິ​ກາ​ໃຕ້ ) ຊຶ່ງ​ແມ່ນ​ແຫ່ງ​ໄດ້​ຍິງ ດາວທຽມ VINASAT- 1 ປະສົບ​ຜົນສຳ​ເລັດ​ໃນ​ປີ 2008. ​ໂຄງການ​ຍິງ​ດາວ​ທຽມ VINASAT- 2 ມີ​ຍອດ​ຄ່າ​ໃຊ້​ຈາ​ຍປະມານ 260 – 280 ລ້ານ USD ​ໂດຍ​ທ່ານ​ນາຍົກລັດຖະມົນຕີ​ໄດ້​ອະນຸມັດ​ຜ່ານ ​ແລະ ມອບ​ໝາຍໃຫ້ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມມະ​ນາຄົມຫວຽດນາມ​ເປັນ​ເຈົ້າ​ຂອງ​ລົງທຶນ​ເມື່ອ​ເດືອນ 12/2009. ຄື້ນຂອງດາວທຽມ VINASAT- 2 ສາມາດປົກ​ຄຸມ​ໃນ​ທົ່ວປະ​ເທດ​ຫວຽ​ດນາມ, ລາວ, ກຳປູ​ເຈຍ, ​ໄທ ​ແລະ ສ່ວນ​ໜຶ່ງ​ຂອງ​ເຂດ​ດິນ​ແດນ​ທີ່​ປະ​ເທດ​ມ້ຽນມາ. ກ່າວ​ຄຳ​ເຫັນ​ໃນ​ການຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ກ່ຽວ​ກັບ​ເຫດການ​ຫວຽດນາມ​ຍິງດາວທຽມ​ໂທລະ​ຄົມ VINASAT- 2, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັ້ກວ່າ :

   “ ​ໂຄງການຍິງດາວທຽມ VINASAT- 1 ​ແລະ ດາວທຽມ VINASAT- 2 ​ແມ່ນ​ບັນດາ​ໂຄງການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ ແລະ ລັດ​ຫວຽດ ນາມ. ນີ້ ​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ສັງຄົມ​ອັນ​ໃຫຍ່​ຫຼວງ, ສະ​ແດງ​ໃຫ້​ເຫັນ​ອະທິປະ​​ໄຕ​ແຫ່ງ​ຊາດ​ຫວຽດນາມ​ກ່ຽວ​ກັບ, ​ກາງ​ຫາວ ປະກອບສ່ວນຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຫວຽ​ດນາມ​ໃນ​ເວທີ​ສາກົນ. ຂ້າພະ​ເຈົ້າ​ສະ​ເໜີກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມມະ​ນາຄົມຫວຽດນາມ, ກະຊວງ​ຖະ​ແຫຼ​ງຂ່າວ​ ​ແລະ ສື່ສານ​ຈົ່ງ​ຮີບ​ເຮັ່ງ​ນຳດາວທຽມ VINASAT- 2 ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ, ມີ​ບັນດາ​ວິທີ​ການ​ແກ້​ໄຂ​ເພື່ອ​ຂຸດ​ຄົ້ນຄຸນ​ປະ​ໂຫຍ​ດ​ດາວ​ທຽມຢ່າງ​ມີ​ປະສິດທິ​ຜົນ ​ແລະ ພ້ອມ​ກັບດາວທຽມ VINASAT- 1 ປະກອບ​ສ່ວນ​ສ້າງ​ພື້ນຖານ​ໂຄງລ່າງ​ໃຫ້​ສົມບູນ​ແບບ, ຍົກ​ສູງ​ຄຸນ​ນະພາ​ບການ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ແຫ່ງ​ຊາດ, ນຳ​ຂໍ້​ມຸນ​ຂ່າວສານ​ໄປ​ຍັງ​ເຂດ​ຊາຍ​ແດນ ຫ່າ​ງ​ໄກ​ສອກຫຼີກ, ​ເຂດ​ທະ​ເລ​ໝູ່​ເກາະ, ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ ຢ່າງ​ມີ​ປະສິດທິ​ຜົນ ”

ຂ່າວ/ບົດ​ອື່ນ