ຫວຽດ​ນາມ ຍ​າມ​ໃດ​ກໍ່​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ມົງ​ໂກນ ເປີດກວ້າງ​ການ​ຮ່ວມ​ມື

(VOVWORLD) -  ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ຕອນບ່າຍວັນທີ 01 ຕຸລາ, ຢູ່ນະຄອນຫຼວງ Alan Bator, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບບັນດາອົງການເສດຖະກິດດີເດັ່ນຂອງ ມົງໂກນ. 
ຫວຽດ​ນາມ ຍ​າມ​ໃດ​ກໍ່​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ມົງ​ໂກນ ເປີດກວ້າງ​ການ​ຮ່ວມ​ມື - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບບັນດາວິສາຫະກິດ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ແລະ ມົງໂກນ ມີກຳລັງບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງເພື່ອພັດທະນາຢ່າງແຮງກວ່າ, ເຊື່ອມຕົວເຂົ້າກັບກະແສການເຄື່ອນໄຫວຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ທົ່ວໂລກ ກ່ຽວກັບການຫັນປ່ຽນພື້ນຖານເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ກັບພະລັງງານທົດແທນ, ພະລັງງານໃໝ່, ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີຂໍ້ມູນຂ່າວສານ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາວິສາຫະກິດ ມົງໂກນ ເປີດກວ້າງການຮ່ວມມືກັບ ຫວຽດນາມ. ບັນດາກະຊວງ, ຂະແໜງການຝ່າຍ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ພ້ອມແລ້ວແບ່ງປັນ, ສ້າງທຸກເງື່ອນໄຂສະດວດເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີວິສາຫະກິດ ມົງໂກນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.

        ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ. ວັນທີ 02 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຍັງ Dunlin, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອຽກລັງ Michael D.Higgins.

ຫວຽດເກື່ອງ

ຕອບກັບ

ຂ່າວ/ບົດ​ອື່ນ