ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບ ກຳປູເຈຍ

(VOVWORLD) - ຕອນເຊົ້າວັນທີ 29 ສິງຫາ, ທີ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບ ກຳປູເຈຍ - ảnh 1 ທີ່ການຕ້ອນຮັບ (ພາບ: ຫວູເທີ)

ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນຊາວໜຸ່ມ ກຳປູເຈຍ ໂດຍທ່ານ Hun Many ເລຂາທິການໃຫຍ່ຄະນະຂົນຂວາຍປະຊາຊົນສູນກາງພັກປະຊາຊົນ ກຳປູເຈຍ (CPP), ປະທານສະຫະພັນຊາວໜຸ່ມ ກຳປູເຈຍ, ສະມາຊິກສະພາແຫ່ງຊາດ ກຳປູເຈຍ ເປັນຫົວໜ້າຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານ ຫວໍວັນເຖືອງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບ ກຳປູເຈຍ, ຖືນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານ ຫວໍວັນເຖືອງ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ສະຫະພັນສືບຕໍ່ເພີ່ມທະວີການຮ່ວມມືຕາມລວງເລິກ, ຍູ້ແຮງວຽກງານການສຶກສາກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຢ່າງພິລະອາດຫານຂອງ 2 ຊາດ.

        ສ່ວນທ່ານ Hun Many ຢືນຢັນວ່າ ສະຫະພັນຊາວໜຸ່ມ ກຳປູເຈຍ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບສະຫະພັນຊາວໜຸ່ມ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ