ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ

(VOVWORLD) - ຕອນບ່າຍວັນທີ 12 ທັນວາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ໄດ້ໃຫ້ການຕ້ອນຮັບທ່ານ Sanket Ray  ຜູ້ອຳນວຍການໃຫຍ່ບໍລິສັດ Coca-Cola ຫວຽດນາມ. 
ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ - ảnh 1 (ພາບປະກອບ/ tapchitieudung.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ໄດ້ຮັບຮູ້ ແລະ ຕີລາຄາສູງ ກຸ່ມບໍລິສັດ Coca-Cola ມີບາດກ້າວການພັດທະນາຫລາຍຢ່າງໃນການເຄື່ອນໄຫວດຳເນີນທຸລະກິດ ພາຍຫລັງການຂະຫຍາຍຕະຫລາດຢູ່ ຫວຽດນາມ ມາເປັນເວລາກ່ວາ 20 ປີ. ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຖືວ່າ: ໃນໄລຍະຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສຸມໃສ່ເພື່ອສ້າງກອບກົດໝາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນຢູ່ ຫວຽດນາມ, ໃນນັ້ນມີ Coca-Cola.

        ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ສະເໜີວ່າ ເມື່ອເຄື່ອນໄຫວຢູ່ ຫວຽດນາມ, ກຸ່ມບໍລິສັດ Coca-Cola ຈະສືບຕໍ່ເຄົາລົບບັນດາຂໍ້ກຳນົດກົດໝາຍຂອງ ຫວຽດນາມ ຢ່າງເຂັ້ມງວດ ໃນການປະຕິບັດພັນທະພາສີອາກອນ, ພັນທະປົກປັກຮັກສາສິ່ງແວດລ້ອມ ແລະ ມີການປະກອບສ່ວນຫລາຍຢ່າງໃນການເຄື່ອນໄຫວສັງຄົມກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ