ຫວຽດ​ນາມ​ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ສິດ​ເສ​ລີ​ການເຊື່ອ​ຖືສ​າ​ສະ​ໜາ

(VOVWORLD) -ວັນທີ 29 ກໍລະກົດ, ຢູ່ຮ່ານາມ, ຫົວໜ່ວຍປະຕິບັດງານຂອງລັດຖະບານໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງຮ່ານາມ ຈັດຕັ້ງກອງປະຊຸມສະຫຼຸບການວຽກງານແນະນຳ, ຊ່ວຍເຫຼືອສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງ ວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019.
ຫວຽດ​ນາມ​ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ສິດ​ເສ​ລີ​ການເຊື່ອ​ຖືສ​າ​ສະ​ໜາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ວັນບຸນວິສາຂະບູຊາ Vesak ສປຊ 2019 ໄດ້ຈັດຕັ້ງຢ່າງສຳເລັດຜົນຢູ່ ຫວຽດນາມ, ອີກຄັ້ງໜຶ່ງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ສະໜັບສະໜູນແຜນນະໂຍບາຍຂອງສປຊ. ຄຽງຄູ່ກັນນັ້ນກໍ່ຢັ້ງຢືນວ່າ ຫວຽດນາມ ມີຄວາມເອົາໃຈໃສ່ຕໍ່ບັນດາຄຸນຄ່າດ້ານຄຸນສົມບັດອັນດີງາມຂອງບັນດາສາສະໜາ, ໃນນັ້ນມີສາສະໜາພຸດ.

ພິເສດ, ດ້ວຍຖະແຫຼງການ ຮ່ານາມ 2019, ວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ສືບຕໍ່ຢັ້ງຢືນວ່າ ຫວຽດນາມນາມຍາມໃດກໍ່ເຄົາລົບ ແລະ ສ້າງເງື່ອນໄຂເພື່ອຮັບປະກັນສິດເສລີ, ການເຊື່ອຖືສາສະໜາຂອງປະຊາຊົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາເຄື່ອນໄຫວຖືກຕາມກຳນົດຂອງກົດໝາຍ, ສະແດງໃຫ້ເຫັນເຈດຈຳນົງຂອງ ຫວຽດນາມພ້ອມແລ້ວທີ່ຈະເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີໃຫ້ບັນດາຫົວໜ່ວຍຕ້ອງມີແຜນການໂຄສະນາ, ແນະນຳ,ຂຸດຄົ້ນ ແລະ ນຳໃຊ້ ກັບເຂດທ່ອງທ່ຽວ ຕາມຈຸກຢ່າງເໝາະສົມ, ເພື່ອຮັບປະກັນການພັດທະນາທີ່ຖືກຕາມແຜນຜັງ.

ຕອບກັບ

ຂ່າວ/ບົດ​ອື່ນ