ຫວຽດນາມ ຍູ້ແຮງການຮ່ວມມື ຮອບດ້ານກັບ UNESCO

ຫວຽດນາມ ຍູ້ແຮງການຮ່ວມມື ຮອບດ້ານກັບ UNESCO - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່ ​UNESCO
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 20/06, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່​ອົງການ​ວັດທະນະທຳ, ສຶກສາ - ວິທະຍາ​ສາດ​ສະຫະ​ປະຊາ​ຊາດ (UNESCO), ທ່ານ​ນາງ Irina Bokova, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການຕ້ອນຮັບ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ UNESCO ສຳລັບ​ໂລກ, ພາກ​ພື້ນ ​ແລະ ຫວຽດນາມ ​ໃນ​ການ​ພັດທະນາ​ຢ່າງກົງ​ກຽວ, ໝັ້ນຄົງ, ພ້ອມ​ທັງ​ຢືນຢັນ​ວ່າ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ກາ​ນພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ UNESCO. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ UNESCO ສື​ບຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ວັດທະນະທຳ, ສະ​ເໜີ​​ສະໜັບສະໜູນ​ບັນດາສຳ​ເນົາ​ເອກະສານນຳ​ສະ​ເໜີ​ເປັນ​ມໍລະດົກ​ໂລກ​ຂອງ​ຫວຽດນາມ ຄື; ​ສຳ​ເນົາເອກະສານກຸ່ມທັດສະນີ​ຍະ​ພາບ ຈ່າງ​ອານ (ນິງບິ່ງ), ກຸ່ມກາດ​ບ່າ (ຫາຍ​ຟ່ອງ), ​ເພງ​ພື້ນ​ເມືອງ​ເຂດ​ພາກ​ໃຕ້ ​ແລະ ຂັບ ວິ໋ຢັ້ມ ຮ່າ​ຕິ້ງ. ສ່ວນ​ທ່ານນາງ Irina Bokova ​ເນັ້ນ​ໜັກ​ວ່າ ຫວຽດນາມ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ຂອງ UNESCO. ທ່ານ​ນາງ Irina Bokova ຕີ​ລາຄາ​ສູງ​ຫວຽດນາມ ​ໃນ​ການປົກ​ປັກ​ຮັກສາບັນດາ​ມໍລະດົກ​ກໍ​ຄື​ຄວາມ​ກ້າວໜ້າ​ໃນ​ການ​ພັດທະນາ​ການ​ສຶກສາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຢືນຢັນ​ວ່າ​ UNESCO ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ມອບ​​ໂອນຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ, ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ; ປາດ​ຖະໜາ​ຢາກ​ລົງ​ນາມສັນຍາ​ຮ່ວມ​ມື​ລະຫວ່າງ ASEAN ​ແລະ UNESCO ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ