ຫວຽດນາມ ຕັ້ງໜ້າຊ່ວຍເຫຼືອແກ້ໄຂເຫດເຂື່ອນໄຟຟ້າແຕກຢູ່ແຂວງ ອັດຕະປື, ລາວ

(VOVWORLD) - ແນໃສ່ຊ່ວຍເຫຼືອ ລາວ ແກ້ໄຂອຸບັດຕິເຫດເຂື່ອນໄຟຟ້າແຕກຢູ່ແຂວງ ອັດຕະປື, ປະເທດ ລາວ, ລັດຖະບານ ແລະ ບັນດາອົງການ, ໝູ່ຄະນະ ຫວຽດນາມ ໄດ້ມານະພະຍາຍາມຜັນຂະຫຍາຍມາດຕະການໜູນຊ່ວຍດ້ວຍຫລາຍຮູບການ.

ຕາມການສະຖິຕິໃນເບື້ອງຕົ້ນຈາກກະຊວງການຕ່າງປະເທດ ຫວຽດນາມ, ໄລ່ຮອດເວລາ 17 ໂມງຂອງວັນທີ 29 ກໍລະກົດ 2018, ລັດຖະບານ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງເງິນສຳຮອງງົບປະມານສູນກາງ ຊ່ວຍເຫຼືອໃຫ້ລັດຖະບານ ລາວ ຈຳນວນເງິນ 200.000 USD  ແລະ ເຂົ້າສານ 100 ໂຕນ.

        ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຊ່ວຍເຫຼືອເງິນບໍລິຈາກໃຫ້ສະຖານທູດລາວ ປະຈຳ ຫວຽດນາມ ຈຳນວນເງິນ 12.600 USD. ສູນກາງສະພາກາແດງ ຫວຽດນາມ ກໍ່ຊ່ວຍເຫຼືອໃຫ້ສະພາກາແດງ ລາວ ຈຳນວນເງິນ 50.000 USD. ບັນດາທ້ອງຖິ່ນຢູ່ ຫວຽດນາມ ກໍ່ຊ່ວຍເຫຼືອ ລາວ ເງິນທອງວັດຖຸເພື່ອແກ້ໄຂຜົນຮ້າຍຢ້ອງຫລັງຈາກເຫດເຂື່ອນໄຟຟ້າແຕກ.


ຕອບກັບ

ຂ່າວ/ບົດ​ອື່ນ