(vovworld) - ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 51 ກອງປະຊຸມສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ WIPO, ເຊິ່ງດຳເນີນໄປຢູ່ສູນກອງປະຊຸມສາກົນ Geneva, ປະເທດສະວິດ, ແຕ່ວັນທີ 23 ກັນຍາ - 02 ຕຸລາ 2013. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຕະມິງກວາງ, ຫົວໜ້າກົມຊັບສິນທາງປັນຍາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ເນັ້ນໜັກວ່າ ການຮ່ວມມືລະຫວ່າງຫວຽດນາມ ແລະ WIPO ນັບມື້ນັບເພີ່ມຂຶ້ນຕາມເວລາ. ໃນຊຸມປີຜ່ານມາ, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຂອງໂຄງການພັດທະນາ WIPO ແລະ ແຕ່ລະປີ WIPO ກໍ່ໜູນຊ່ວຍຫວຽດນາມ ຜ່ານບັນດາລາຍການບຳລຸງສ້າງທາງໄກ, ເຂົ້າແວບໄຊຂໍ້ມູນວິຊາຊີບ... ເພື່ອແນໃສ່ຍົກສູງຄວາມສາມາດຂອງລະບົບຊັບສິນທາງປັນຍາຂອງຫວຽດນາມ.
ເນື່ອງໃນໂອກາດນີ້, ຫວຽດນາມ ກໍ່ດຳເນີນບັນດາກອງປະຊຸມກັບບັນດາຄູ່ຮ່ວມມື 2 ຝ່າຍ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍ.