ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃນປີ 2024

(VOVWORLD) -ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນຢ່າງເປັນທາງການ, ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ. ປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ.
ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃນປີ 2024 - ảnh 1ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນຢູ່ແຂວງຫຼວງພະບາງ

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລກວາງຕ໋ວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະຜູ້ແທນຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບ ແລະ ໜູນຊ່ວຍ ລາວ ດ້ວຍບົດບາດເປັນປະທານປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ໃນປີ 2024, ໃນການຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ ແລະ ບຸລິມະສິດໃນຂົງເຂດລົງເລິກຂະແໜງເຊັ່ນ: ວິວັດການປະຕິບັດຖະແຫຼງການອາຊຽນ ວ່າດ້ວຍ ການສະກັດກັ້ນ ແລະ ລຶບລ້າງແຮງງານ ເດັກ, ຖະແຫຼງການກ່ຽວກັບການເຄື່ອນໄຫວ, ການຮັບຮູ້ ເຊິ່ງກັນ ແລະ ກັນ ແລະ ການພັດທະນາທັກສະ ວິຊາຊີບໃຫ້ແກ່ແຮງງານເຄື່ອນຍ້າຍ. ເພື່ອນຳສະເໜີຕໍ່ບັນດາການນຳຂັ້ນສູງອາຊຽນ, ບົດລາຍງານ ປະເມີນຜົນ ພາກພື້ນ ກໍຄື ການຈັດຕັ້ງບາງການເຄື່ອນໄຫວ ແລະ ເຫດການສຳຄັນ, ໃນນັ້ນມີ ເວທີປາໄສເດັກອາຊຽນ ຄັ້ງທີ 8, ການສົນທະນາລະຫວ່າງຂະແໜງການຂັ້ນສູງອາຊຽນ ກ່ຽວກັບການໜູນຊ່ວຍສັງຄົມ ແລະ ກອງປະຊຸມສຸດຍອດແມ່ຍິງກ່ຽວກັບເສດຖະກິດການດູແລ. ຫົວໜ້າຄະນະຜູ້ແທນຫວຽດນາມ ກໍ່ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ທີ່ລາວສະເໜີໃນປີ 2024; ເຊື່ອໝັ້ນວ່າ, ໝາກຜົນໃນປີ 2024, ພາຍໃຕ້ການນຳພາຂອງປະເທດລາວທີ່ເປັນປະທານ ຈະປະກອບສ່ວນສຳຄັນເຂົ້າໃນການຮ່ວມມືໃນພາກພື້ນ, ຢືນຢັນທີ່ຕັ້ງ ແລະ ບົດບາດຂອງອາຊຽນໃນພາກພື້ນ ແລະ ສາກົນ.

 ໃນຕອນທ້າຍຂອງກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ໄດ້ອອກຖະແຫຼງການຮ່ວມ ແລະ ເຫັນດີເປັນເອກະສັນທາງດ້ານຫຼັກການ ສຳລັບ ບັນຊີລາຍຊື່ເອກະສານ ແລະ ຖະແຫຼງການຂອງ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຊຶ່ງ ຄາດວ່າຈະສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45. ໃນທ້າຍປີນີ້

ຕອບກັບ

ຂ່າວ/ບົດ​ອື່ນ