ຫວຽດນາມ ຕີລາຄາສູງ ບົດບາດໃຈກາງຂອງ IAEA ໃນໂຄງປະກອບ ຄວາມປອດໄພດ້ານນິວເຄຼຍສາກົນ

ຫວຽດນາມ ຕີລາຄາສູງ ບົດບາດໃຈກາງຂອງ IAEA ໃນໂຄງປະກອບ ຄວາມປອດໄພດ້ານນິວເຄຼຍສາກົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ເຂົ້າ​ຮ່ວມ
ກອງ​ປະຊຸມ​ສຸດ​ຍອດຄວາມ​ໝັ້ນຄົງ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 3
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 25/03 (ຕາມ​ເວລາ​ຫວຽດນາມ), ຢູ່ ລາ​ໄຮ, ປະ​ເທດ​ໂຮນລັງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ກອງ​ປະຊຸມ​ສຸດ​ຍອດຄວາມ​ໝັ້ນຄົງ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 3. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ຄວາມ​ຮອບ​ຜິດ​ຊອບຕົ້ນ​ຕໍ່​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ນິວ​ເຄຼຍແມ່ນຂຶ້ນ​ກັບ​ແຕ່ລະ​ປະ​ເທດ, ຫວຽດນາມ ​ໄດ້​ປັບປຸງ​ລະບົບ​ກົດໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ເທື່ອ​ລະ​ກ້າວ, ຮັບ​ປະກັນ​ການ​ຄວບ​ຄຸມ​ຄວາມ​ປອດ​ໄພບັນດາ​ແຫຼ່ງກຳ​ມັນ​ຕະພາບ​ລັງສີ​ລະດັບ​ສູງ​ເກືອບ​ທັງ​ໝົດ, ​ເລີ່​ມຜັນ​ຂະຫຍາຍບັນດາ​ມາດ​ຕະການ​ກວດກາ​​ໃນການ​ສົ່ງ​ອອກນຳ​ເຂົ້າ​ແຫຼ່ງກຳ​ມັນ​ຕະພາບ​ລັງສີຢູ່​ບາງ​ສະໜາມ​ບິນ ​ແລະ ທ່າ​ກໍ່າ​ປັ່ນ, ບຳລຸງ​ສ້າງ​ຖັນ​ແຖງ​ພະນັກງານ ​ແລະ ສ້າງ​ວັດທະນະທຳຄວາມ​ປອດ​ໄພ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ, ພ້ອມ​ທັງ​ເຂົ້າ​ຮ່ວມ​​ເຄື່ອງມື​ດ້ານກົດໝາຍ ​ແລະ ບັນດາ​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຢ່າງ​ຕັ້ງໜ້າ.

   ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ໃຈກາງ​ຂອງ​ອົງການ​ພະລັງງານ​ປະ​ລະ​ມານູສາກົນ (IAEA) ​ໃນ​ໂຄງ​ປະກອບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ສາກົນ. ຫວຽດນາມ ​ໄດ້​​ປະກອບສ່ວນ​ເຂົ້າ​​ບັນດາ​ການ​ເຄື່ອນ​ໄຫວ​ຂອງ IAEA ຢ່າງ​ຕັ້ງໜ້າ, ກໍ່​ຄື​ນຳ​ໃຊ້​​ແຫຼ່ງທຶນ​ໜູນ​ຊ່ວຍ​ຂອງ IAEA ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຢ່າງມີ​ປະສິດທິ​ຜົນ. ​ໃນ​ຖານະ​ເປັນ​ສະມາຊິກ ​ແລະ ​ເປັນ​ປະທານ​ສະພາ​ຜູ້​ວ່າການ IAEA ອາຍຸ​ການ 2013 – 2014, ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວ​ມມືປະກອບສ່ວນຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ​ໃນ​ທົ່ວ​ໂລກ​ຢ່າງ​ຕັ້ງໜ້າ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງ​ວ່າການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດໝາຍ​ສັນຕິພາບ, ບໍ່​ແຜ່​ຂະຫຍາຍ ​ແລະ ປອດ​ອາວຸດ​ນິວ​ເຄຼຍ ​ແມ່ນ​ຈຸດໝາຍ​ລວມເຊິ່ງ​ມະນຸດ​ພວມ​ມຸ່ງ​ໄປ​ເຖິງ. ພ້ອມ​ກັບ​​ການ​ສົ່ງ​ເສີມ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ມາດ​ຕະການ​ສະໝັກ​ໃຈ​ເໝາະ​ສົມ​ກັບ​ຄວາມ​ສາມາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ​ປະ​ເທດ​ຕ່າງໆຕ້ອງ​ມີບັນດາລາຍການ, ມາດ​ຕະການ​ຢ່າງ​ລະອຽດ ​ແລະ ​ເໝາະ​ສົມ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທ​ດພວມ​ພັດທະນາ​ໃນ​ຂົງ​ເຂດ​ດັ່ງກ່າວ ​ແລະ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ບົດບາດຂອງ​ລະບອບ​ຫຼາຍຝ່າຍ, ພິ​ເສດ​ແມ່ນ​ IAEA ​ແລະ ສະຫະ​ປະຊາ​ຊາດ.
     ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຢູ່​ໂຮ​ນລັງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ບັນດາການ​​ແລກ​ປຽນ, ພົບ​ປະກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande.

        ທີ່​ການ​ພົບ​ປະກັນ​ທ່ານເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ບັນຫາ​ສຳຄັນ ທີ່​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາສະມາຊິກສະຫະ​ປະຊາ​ຊາດ. ທ່ານເລຂາທິການ​ໃຫຍ່ Ban Ki Moon ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ບັນດາບັນຫາ​ລວມຂອງ​ສະຫະ​ປະຊາ​ຊາດ.

        ​ເມື່ອ​ແລກປ່ຽນ​ກັບທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ຍູ້​ແຮງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ພິ​ເສດ​ແມ່ນ​ສຳ​ເລັດ​ແຜນການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຝລັ່ງ​ໂດຍ​ໄວ, ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ໃຫ້​ປີ​ຫວຽດນາມ ຢູ່​ຝລັ່ງ 2014 ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ