ຫວຽດນາມ - ຕະຫຼາດທີ່ ດູດດື່ມນັກທຸລະກິດ ຮົ່ງກົງ (ປະເທດ ຈີນ)

ຫວຽດນາມ - ຕະຫຼາດທີ່ ດູດດື່ມນັກທຸລະກິດ ຮົ່ງກົງ (ປະເທດ ຈີນ) - ảnh 1
ຫວຽດນາມ ພວມ​ກາຍ​ເປັນ​ສະຖານ​ທີ່​ລົງທຶນ​ເຊິ່ງບັນດາ​ນັກທຸລະກິດ ຮົ່ງກົງ
(ພາບປະກອບ)

(vovworld) - ພ້ອມ​ກັບ​ການຊຸດ​ໂຊມ ຂອງ​ບັນດາ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ, ຈຸດ​ສຸມ​ການ​ຄ້າ​ຫັນ​​ໄປ​ສູ່ບັນດາ​ຕະຫຼາດ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ, ດ້ວຍ​ຄ່າ​ແຮງ​ງານ​ຖືກ, ຄ່າ​ເຊົ່າ​ທີ່ດິນ​ຕຳ່ ​ແລະ ມີ​ຄວາມ​ສະດວກ​ໃນ​ການ​ສົ່ງ​ອອກ​ການ​ຄ້າ, ຫວຽດນາມ ພວມ​ກາຍ​ເປັນ​ສະຖານ​ທີ່​ລົງທຶນ​ເຊິ່ງບັນດາ​ນັກທຸລະກິດ ຮົ່ງກົງ ພວມ​ມຸ້ງ​ໄປ​ເຖິງ. ໜັງສືພິມ Skypost ຂອງ ຮົ່ງກົງ ສະບັບ​ອອກ​ວັນ​ທີ 2/5 ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Jonathan Choi, ປະທານ​ກຸ່ມ​ບໍລິສັດ Sunwah, ​ເຊິ່ງ​ແມ່ນ​ກຸ່ມ​ບໍລິສັດທີ່​ມີ​ຫຼາຍ​ປະສົບ​ການ​​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ ອາຊີ ມາ​ຫຼາຍ​ປີຖື​ວ່າ: ຫວຽດນາມ ພວມ ມີ​ເງື່ອ​ນ​ໄຂ​ສະດວກຫຼາຍ​ຢ່າງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ​ຄື: ລັດຖະບານ ຫວຽດນາມ ຕັ້ງໜ້າ​​ດຶງ​ດູດ​​ແຫຼ່ງ​ທຶນ​ຈາກ​ຕ່າງປະ​ເທດ, ລະບຽບ​ການ​ພາສີ​ງ່າຍ​ດ່າ​ຍ, ລາຄາ​ແຮງ​ງານ​ຕຳ່. ​ເຊື່ອ​ໝັ້ນ​ຕໍ່​ອະນາຄົດ​​ແຫ່ງການ​ລົງທຶນ​ຢູ່ ຫວຽດນາມ, ທ່ານ Jonathan Choi ຢືນຢັນ​ວ່າ: ​ປະຈຸ​ບັນ, ​ເຖິງ​ວ່າການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Sunwah ​ເຂົ້າ ຫວຽດນາມ ກວມ​ເກືອບ 50% ຍອດ​ເງິນ​ລົງທຶນ​ເຂົ້າບັນດາ​ປະ​ເທດ ອາຊີ ​ຕາ​ເວັນ​ອ​ອກ ສ່ຽງ​ໃຕ້, ​ກໍ່ຕາມແຕ່​​ໃນອະນາຄົດ​ໃກ້ໆ​ນີ້, ກຸ່ມ​ບໍລິ​ສັດ​ນີ້​ຍັງ​ຄົງ​ມີ​ແຜນການ​ເພີ່ມ​ການ​ລົງທຶນ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ