ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ຮ່ວມມືກັບ ADB ຢ່າງມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ຕ້ອນຮັບທ່ານ Takehiko Nakao, ປະທານ ADB
(ພາບ: chinhphu.vn)
(vovworld) – ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ຮ່ວມມືກັບ ADB ຢ່າງມີປະສິດທິຜົນ. ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ທີ່ການຕ້ອນຮັບທ່ານ Takehiko Nakao, ປະທານທະນາຄານພັດທະນາອາຊີ (ADB) ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນຕອນບ່າຍວັນທີ 18/09. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຂອບໃຈ ADB ໄດ້ໜູນຊ່ວຍທຶນຮອນ, ໃຫ້ຄຳປຶກສານະໂຍບາຍໃຫ້ວິວັດການພັດທະນາຂອງຫວຽດນາມ. ຊົມເຊີຍເລື່ອງ ADB ເພີ່ມທະວີການໜູນຊ່ວຍຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍານຳໃຊ້ແຫຼ່ງທຶນກູ້ຢືມຈາກ ADB ຢ່າງມີປະສິດທິຜົນ ໃນການພັດທະນາເສດຖະກິດ, ສັງຄົມ, ພ້ອມທັງໃຫ້ຮູ້ວ່າ, ຫວຽດນາມ ຈະຈັດແບ່ງແຫຼ່ງທຶນສົມທົບ, ຍູ້ແຮງວິວັດການບຸກເບີກໜ້າພຽງເພື່ອປ່ອຍທຶນຢ່າງມີປະສິດທິຜົນ ສຳລັບບັນດາແຫຼ່ງທຶນກູ້ຢືມຈາກ ADB.
ສ່ວນທ່ານ Takehiko Nakao ສະແດງຄວາມປະທັບໃຈກ່ຽວກັບຜົນງານພັດທະນາເສດຖະກິດ, ສັງຄົມເຊິ່ງຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນໃໝ່, ຕີລາຄາສູງບັນດາມາດຕະການແກ້ໄຂຂອງຫວຽດນາມ ໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄອບຄຸມໄພເງິນເຟີ້, ປະຕິຮູບລັດວິສາຫະກິດ, ຟື້ນຟູການເຕີບໂຕ. ທ່ານ Takehiko Nakao ຢືນຢັນວ່າ, ADB ຍາມໃດກໍ່ພ້ອມແລ້ວຈະໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາ.