ຫວຽດນາມ ນອນໃນທອັບ 10 ໃນໂລກກ່ຽວກັບຈຳນວນເງິນຕາຕ່າງປະເທດໂດຍພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາ

(VOVWORLD) - ບົດລາຍງານດັ່ງກ່າວໄດ້ໃຫ້ຂໍ້ສັງເກດວ່າ, ໃນສະພາບໂລກລະບາດໂຄວິດ -19 ໄດ້ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດທົ່ວໂລກໃນ 2 ປີຜ່ານມາ, ພ້ອມກັນນັ້ນແມ່ນສະພາບໄພເງິນເຟີ້ປີນຂັ້ນໄດຢູ່ຫຼາຍປະເທດ...
ຫວຽດນາມ ນອນໃນທອັບ 10 ໃນໂລກກ່ຽວກັບຈຳນວນເງິນຕາຕ່າງປະເທດໂດຍພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາ - ảnh 1
(ພາບປະກອບຈາກ Trần Việt/TTXVN)

ບົດລາຍການກ່ຽວກັບການຢູ່ອາໄສ ແລະ ພັດທະນາໂດຍທະນາຄານໂລກ (WB) ແລະ ອົງການຮ່ວມມືສາກົນກ່ຽວກັບຊາວອົບພະຍົບ (KNOMAD) ປະຕິບັດ ແລະ ຫາກໍ່ປະກາດ, ໂດຍໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນຈຳນວນ 10 ປະເທດໄດ້ຮັບເງິນຕາຕ່າງປະເທດຈາກພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາຫຼາຍທີ່ສຸດໃນໂລກ.

        ບົດລາຍງານດັ່ງກ່າວໄດ້ໃຫ້ຂໍ້ສັງເກດວ່າ, ໃນສະພາບໂລກລະບາດໂຄວິດ -19 ໄດ້ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດທົ່ວໂລກໃນ 2 ປີຜ່ານມາ, ພ້ອມກັນນັ້ນແມ່ນສະພາບໄພເງິນເຟີ້ປີນຂັ້ນໄດຢູ່ຫຼາຍປະເທດ, ປະລິມານເງິນຕາຕ່າງປະເທດຈາກພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາ ຫວຽດນາມ ຍັງຮັກສາລະດັບດີພໍສົມຄວນເມື່ອທຽບໃສ່ປີກາຍ. ລະອຽດຄື, ປີ 2022, ຈຳນວນເງິນຕາຕ່າງປະເທດ ທັງໝົດທີ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາ ຫວຽດນາມ ບັນລຸເກືອບ 19 ຕື້ USD, ເທົ່່່າກັບກັບລະດັບເຕີບໂຕຂອງປີ 2021 ຄືເກືອບ 5%. ນີ້ແມ່ນລະດັບເຕີບໂຕທີ່ປະທັບໃຈ, ຊ່ວຍໃຫ້ ຫວຽດນາມ ນອນໃນທອັບ 3 ປະເທດໄດ້ຮັບເງິນຕາຕ່າງປະເທດຈາກພໍ່ແມ່ພີ່ນ້ອງອາໄສຢູ່ຕ່າງປະເທດສົ່ງມາຫຼາຍທີ່ສຸດໃນພາກພື້ນ ອາຊີ - ປາຊີຟິກ ແລະ ນອນໃນທອັບ 10 ປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ