ຫວຽດນາມ ນອນໃນ Top 20 ນະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດສຳລັບແຂກທ່ອງທ່ຽວ
(VOVWORLD) - ຮ່າໂນ້ຍ ແມ່ນນະຄອນນອນໃນບັນຊີລາຍຊື່ “ສະຖານທີ່ມີອາຫານການກິນດີທີ່ສຸດ” ດ້ວຍອັນດັບທີ 3.
ໜອງເງືອມ (ພາບ: VOV) |
Tripadvisor ໂດຍແມ່ນຊ່ອງຕີລາຄາການທ່ອງທ່ຽວທີ່ມີຊື່ສຽງທົ່ວໂລກ, ຫາກໍ່ປະກາດຕາຕະລາງຈັດອັນດັບ Travelers' Choice Best of the Best Destinations ປີ 2023. ຮ່າໂນ້ຍ ຢືນຢູ່ອັນດັບທີ 17 ໃນບັນຊີລາຍຊື່ບັນດານະຄອນໄດ້ຮັບຄວາມນິຍົມທີ່ສຸດ ສຳລັບແຂກທ່ອງທ່ຽວ. Tripadvisor ແນະນຳ ຮ່າໂນ້ຍແມ່ນ ນະຄອນທີ່ມີຫຼາຍສະຖາບັດຕະຍາກຳທີ່ໄດ້ຮັບການອະນຸລັກຮັກສາ, ໄປຄຽງຄູ່ກັບການພັດທະນາຂອງສັງຄົມທີ່ທັນສະໄໝ. ບັນດາປູຊະນີຍະວະຖສຍປະຫວັດສາດ ຄື ສຸສານປະທານໂຮ່ຈີມິນ, ຄຸກຫວາລໍ່ ແລະ ໜອງໂຮ່ໂຕ, ໂຮ່ເງືອມ, ສວນສາທາລະນະ, ວິຫານ, ວັດວາອາຮາມ, ເຮັດໃຫ້ນະຄອນຍິ່ງເພີ່ມຄວາມດູດດື່ມກ່ວາ. ມາແຫ່ງນີ້, ແຂກທ່ອງທ່ຽວອາດຈະຄົ້ນຫານະຄອນດ້ວຍລົດແທັກຊີ ຢ່າງງ່າຍດາຍ. ຮ່າໂນ້ຍກໍ່ ແມ່ນນະຄອນນອນໃນບັນຊີລາຍຊື່ “ສະຖານທີ່ມີອາຫານການກິນດີທີ່ສຸດ” ດ້ວຍອັນດັບທີ 3.