ຫວຽດນາມ - ບົດສະວານາ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ

(VOVWORLD) -  ວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການພົບປະເຈລະຈາກັບທ່ານນາງ Unity Dow ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງສາທາລະນະລັດ ບົດສະວານາ. 
ຫວຽດນາມ - ບົດສະວານາ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ - ảnh 1 ການເຈລະຈາລະຫວ່າງສອງຝ່າຍ (ພາບ: baoquocte.vn)

ນະທີ່ນີ້,  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີສອງຝ່າຍຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດຈັດຕັ້ງການເຄື່ອນໄຫວສໍາຫຼວດການຕະຫຼາດ, ສົ່ງເສີມບັນດາກາລະໂອກາດລົງທຶນ; ສະເໜີສອງປະເທດເຫັນດີເປັນເອກະພາບການເຈລະຈາລົງນາມໃນເອກະສານສະບັບຕ່າງໆໂດຍໄວ ເພື່ອສ້າງກອບນິຕິກໍາໃຫ້ແກ່ການຮ່ວມມື. ທ່ານ ຟ້າມບິ່ງມິນ ກໍປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການສົມທົບຢ່າງແໜ້ນແຟ້ນຂອງ ບົດສະວານາ ໃນໄລຍະຫວຽດນາມແບກຫາບໜ້າທີ່ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ, ສປຊ ກໍຄື ເມື່ອຫວຽດນາມ ສ້າງຕັ້ງການພົວພັນກັບ ສະຫະພັນ ອາຟະລິກາ (AU) ຢ່າງເປັນທາງການໃນໄລຍະຈະມາເຖິງ. ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນ Unity Dow ປາດຖະໜາວ່າ ຫວຽດນາມ ຈະເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືກັບ ບົດສະວານາໃນບັນດາຂົງເຂດຄື ກະສິກໍາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ-ບໍາລຸງສ້າງ,ການທ່ອງທ່ຽວ ແລະ ສາທາລະນະສຸກ.

        ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍ ກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທາງທະເລ, ການປະຕິບັດກົດໝາຍສາກົນ. ເນື່ອງໃນໂອກາດນີ້, ສອງຝ່າຍກໍໄດ້ລົງນາມໃນສັນຍາວ່າດ້ວຍການຍົກເວັ້ນ ວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ.

ຫວຽດນາມ - ບົດສະວານາ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ - ảnh 2 ສອງຝ່າຍກໍໄດ້ລົງນາມໃນສັນຍາວ່າດ້ວຍການຍົກເວັ້ນ ວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ  (ພາບ: baoquocte.vn)

ຕອນຄໍ່າຂອງວັນດຽວກັນ ກໍໄດ້ດໍາເນີນພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ບົດສະວານາ (2009 – 2019)  ຢູ່ຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ