ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ

(VOVWORLD) -ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ
ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ - ảnh 1ການໂອ້ລົມສົນທະນາ “ພື້ນຖານດີຈີຕອນ - ການເຕີບໂຕໃນອະນາຄົດ”
(ພາບ: BNEWS)

ຕອນບ່າຍວັນທີ 06 ທັນວາ, ສະຖາບັນຄົ້ນຄວ້າເຕັກໂນໂລຊີເພື່ອວົງຄະນະຍາດ (Tech For Good Institute, TFGI), ດ້ວຍການໜູນຊ່ວຍຂອງ Grap ຢູ່ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ພື້ນຖານດີຈີຕອນ - ການເຕີບໂຕໃນອະນາຄົດ” ແບບທາງໄກ ແລະ ໂດຍກົງ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ, ຈາກນັ້ນ ຊອກຫາບັນດາມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງ ເໝາະສົມກັບສະພາບການຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫງວຽນຈ້ອງເດື່ອງ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ: ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນຂອງ ຫວຽດນາມ ໄດ້ເນັ້ນໜັກເຖິງພື້ນຖານດີຈີຕອນແມ່ນມາດຕະການແກ້ໄຂບຸກທະລຸ. ຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ ກໍ່ຢືນຢັນວ່າ ຢາກຫັນເປັນດີຈີຕອນຢ່າງໄວ ຕ້ອງອີງໃສ່ພື້ນຖານດີຈີຕອນ.

        ກ່ອນໜ້ານັ້ນ, ບົດລາຍງານຂອງສະຖາບັນ TFGI ໃຫ້ຮູ້ວ່າ ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ