ຫວຽດນາມ ປະກອບສ່ວນ ເຂົ້າໃນເວທີປາໄສເສດຖະກິດໂລກກ່ຽວກັບອາຊີ ຕາເວັນອອກຢ່າງຕັ້ງໜ້າ

ຫວຽດນາມ ປະກອບສ່ວນ ເຂົ້າໃນເວທີປາໄສເສດຖະກິດໂລກກ່ຽວກັບອາຊີ ຕາເວັນອອກຢ່າງຕັ້ງໜ້າ - ảnh 1
(ທ່ານ​ຮອງລັດຖະມົນ​ຕີ​ການ​ຕ່າງປະ​ເທດ ບຸນ​ແທງ​ເຊີນ)
(vovworld) - ​ເນື່ອງ​ໃນ​ໂອກາດ​ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ (WEF ອາຊີ​ຕາ​ເວັນ​ອອກ) ດຳ​ເນີນ​ໄປ​ຢູ່​ມຽນມາ, ​ໃນ​ລະຫວ່າງ​ວັນ​ທີ 05 – 07/06, ທ່ານ​ຮອງລັດຖະມົນ​ຕີ​ການ​ຕ່າງປະ​ເທດຫວຽດນາມ ບຸນ​ແທງ​ເຊີນ ຫາ​ກໍ່​ຕອບ​ສຳພາດ​ຕໍ່​ໜັງສືພິມ​ກ່ຽວ​ກັບ​ກັບ​ໝາກຜົນ​ແຫ່ງ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ທີ່​ເວທີ​ປາ​ໄສ​ດັ່ງກ່າວ. ທ່ານ​ຮອງລັດຖະມົນ​ຕີ​ການ​ຕ່າງປະ​ເທດ ບຸນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ  ດ້ວຍ​ຫົວ​ຂໍ້​ວ່າ “ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ມຸ່ງ​ໄປ​​ເຖິງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງຮອບດ້ານ”, ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກ 2013 ​ໄດ້​ວາງ​ອອກ​ຈຸດສຸມ​ເຂົ້າ​ໃນການ​ເຊື່ອມ​ໂຍງ ​ແລະ ຫັນປ່ຽນ. ​ໃນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ວາລ​ະໄຂ​ກອງ​ປະຊຸມ​ຄົບ​ຄະນະ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສະພາບ​ແວດ​ລ້ອມ​ແຫ່ງ​ໂລກ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ; ​ເສລີພາບ​ດ້ານ​ຈໍລະ​ຈອນ​​ການ​ຄ້າ ​ແລະ ການ​ລົງທຶນ ຜ່ານ​ການ​ເຊື່ອມ​ຕໍ່​ດ້ານ​ເສດຖະກິດ​; ຮ່ວມ​ມື​ຢ່າງ​ໄວ້​​ເນື້ອ​ເຊື່ອ​ໃຈ, ມີ​ປະສິດທິ​ຜົນ​ລະຫວ່າງ​ບັນ​ດາ​ປະ​ເທດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າທາຍ​ລວມຂອງ​ພາກ​ພື້ນ ​ແລະ ສາກົນ. ສຳລັບ​ວິວັດທະນາ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ຂອງ​ອາ​ຊຽນ, ທ່ານ​ນາຍົກລັດຖະມົນ​ຕີ ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ມຽນມາ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ​ເຊື່ອມ​ຕໍ່​ບັນດາ​ຂົງ​ເຂດ​ເພື່ອ​ພ້ອມ​ກັນ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນ​ພັດທະນາ ​ແລະ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ຢ່າງ​​ແທດ​ຈິງ.
ຂ່າວ/ບົດ​ອື່ນ