ຫວຽດນາມ ປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ແບນຊິກ, ສະໂລວາກີ ແລະ ອີຢູ
(VOVWORLD) - ວັນທີ 23 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້ ໄດ້ຕ້ອນຮັບ ທ່ານນາງ Jehanne Roccas, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກແບນຊິກ ປະຈຳຫວຽດນາມ; ທ່ານ Igor Pacolak, ເອກອັກຄະລັດຖະທູດສະໂລວາກີ ແລະ ທ່ານ Bruno Angelet, ເອກອັກຄະລັດທະທູດ, ຫົວໜ້າຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກແບນຊິກ |
ທີ່ການຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກແບນຊິກ ປະຈຳຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໃຫ້ຮູ້ວ່າ ໃນເດືອນ ກັນຍາ ຈະມາເຖິງ, ຄະນະປະຕິບັດງານຂອງລັດຖະບານຫວຽດນາມ ຈະມີການຢ້ຽມຢາມລາຊະອານາຈັກແບນຊິກ, ການເຄື່ອນໄຫວມຸ່ງໄປສູ່ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນດ້ານການທູດ ຫວຽດນາມ - ແບນຊິກ ປີ 2018.
ໃນການຕ້ອນຮັບເອກອັກຄະລັດຖະທູດສະໂລວາກີ |
ໃນການຕ້ອນຮັບເອກອັກຄະລັດຖະທູດສະໂລວາກີ ປະຈຳຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ແລະ ທ່ານ Igor Pacolak, ເອກອັກຄະລັດຖະທູດສະໂລວາກີ ຖືວ່າການພົວພັນດ້ານການທູດ, ເສດຖະກິດຂອງສອງປະເທດຄວນໄດ້ຮັບການຊຸກຍູ້ກວ່າອີກໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບຊ່ວຍໜູນໃຫ້ກຸ່ມວິສາຫະກິດສອງປະເທດຮ່ວມມື, ລົງທຶນໃນບັນດາຂົງເຂດເຕັກໂນໂລຊີ, ກໍ່ສ້າງ…
ແລກປ່ຽນກັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບ Bruno Angelet, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມປັບປຸງລະບອບເສດຖະກິດຕະຫຼາດໃຫ້ສົມບູນ ເພື່ອຊຸກຍູ້ພັດທະນາການພົວພັນຮວ່ມມືຮອບດ້ານ.