ຫວຽດນາມ ພັດທະນາການທ່ອງທ່ຽວເຂດທະເລຫມູ່ເກາະ
(VOVWORLD) - ໃນຍຸດທະຍາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030, ການທ່ອງທ່ຽວທະເລໝູ່ເກາະແມ່ນໜຶ່ງໃນບັນດາຮູບແບບຜະລິດຕະພັນຕົ້ນຕໍ ໄດ້ກຳນົດນົດທິດໃຫ້ເອົາໃຈໃສ່ພັດທະນາ.
(ພາບ: VGP/Lưu Hương)
ກອງປະຊຸມສຳມະນາ “ພັດທະນາການທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ-ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການ” ໂດຍກະຊວງວັດທະນະທຳ. ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບສະຫະສະມາຄົມທ່ອງທ່ຽວຫວຽດນາມ ຈັດຂຶ້ນເມື່ອຕອນບ່າຍວັນທີ 9 ທັນວາຢູ່ນະຄອນ ດ່ານັງ. ໃນຍຸດທະຍາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030, ການທ່ອງທ່ຽວທະເລໝູ່ເກາະແມ່ນໜຶ່ງໃນບັນດາຮູບແບບຜະລິດຕະພັນຕົ້ນຕໍ ໄດ້ກຳນົດນົດທິດໃຫ້ເອົາໃຈໃສ່ພັດທະນາ. ທີ່ກອງປະຊຸມສຳມະນາ, ທ່ານ ດ່ວານວັນຫວຽດ, ຮອງລັດຖະມົນຕີ ກະຊວງວັດທະນະທຳ. ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:
ດ້ວຍການກຳນົດທິດໃນໄລຍະຈະມາເຖິງ, ການທ່ອງທ່ຽວທະເລໝູ່ເກາະຫວຽດນາມ ຈະເອົາໃຈໃສ່ພັດທະນາການທ່ອງທ່ຽວຜັກຜ່ອນສຸຂະພາບຂັ້ນສູງ, ພັດທະນາການທ່ອງທ່ຽວທະເລ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຕິດພັນການເສີມຂະຫຍາຍມູນເຊື້ອວັດທະນະທຳ ກັບການພັດທະນາວົງຄະນາຍາດ ແລະ ປົກປັກຮັກສາອະທິປະໄຕຂອງຊາດ.