ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 12 ຄົນ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 19 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 1300 ຄົນ, ໃນນັ້ນ ມີ 1124 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີ 35 ຄົນເສຍຊີວິດ. 
ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 12 ຄົນ - ảnh 1ພາບປະກອບ / tuoitre.vn

  ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 19 ພະຈິກ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 12 ຄົນ, ທັງໝົດລ້ວນແຕ່ແມ່ນຊາວ ຫວຽດນາມ ແລະ ໄດ້ຮັບການແຍກຕົວໃນທັນທີ ພາຍຫລັງເຂົ້າ ຫວຽດນາມ ຢູ່ແຂວງ ແຄ໊ງຮ່ວາ (2 ຄົນ), ນະຄອນໂຮ່ຈີມິນ (6 ຄົນ), ແຂວງ ຫາຍເຢືອງ (4 ຄົນ).

        ສະນັ້ນ, ໄລ່ຮອດຕອນເຊົ້າວັນທີ 19 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 1300 ຄົນ, ໃນນັ້ນ ມີ 1124 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີ 35 ຄົນເສຍຊີວິດ. ເປັນມືືີ້ທີ 78 ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ