ຫວຽດນາມ ພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າແຜນຮ່າງປູກເຂົ້າ 1 ລ້ານເຮັກຕາປ່ອຍກາກບອນຕ່ຳ

(VOVWORLD) - ເມື່ອແຜນຮ່າງບັນລຸຜົນສຳເລັດຈະແມ່ນຮູບແບບທົດລອງໃຫ້ແກ່ທົ່ວໂລກກ່ຽວກັບວິທີການປູກຝັງໃໝ່ນີ້.
ຫວຽດນາມ ພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າແຜນຮ່າງປູກເຂົ້າ 1 ລ້ານເຮັກຕາປ່ອຍກາກບອນຕ່ຳ - ảnh 1(ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິ່ນແທັງນາມ)

        ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຖືກຕາມຄວາມຄືບໜ້າແຜນຮ່າງ “ພັດທະນາ 1 ລ້ານເຮັກຕາສະເພາະປູກເຂົ້າຄຸນນະພາບສູງປ່ອຍກາກບອນຕ່ຳແບບຍືນຍົງ ຕິດພັນກັບການເຕີບໂຕສີຂຽວເຂດທົ່ງພຽງແມ່ນ້ຳຂອງຮອດປີ 2030”. ກ່າວຄຳເຫັນທີ່ກອງປະຊຸມທີ່ຈັດຂຶ້ນໃນຕອນບ່າຍວັນທີ 24 ກັນຍາ ກັບຄະນະປະຕິບັດງານຂອງທະນາຄານໂລກ ແລະ ກອງທຶນການເງິນຫັນປ່ຽນກາກບອນ (TCAF) ໜູນຊ່ວຍປະຕິບັດແຜນຮ່າງ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິ່ນແທັງນາມ, ໃຫ້ຮູ້ວ່າ:

        “ເປົ້າໝາຍຕົ້ນຕໍຂອງແຜນຮ່າງແມ່ນເພື່ອປະກອບສ່ວນຍົກສູງຄຸນຄ່າແບບຍືນຍົງຂອງເມັດເຂົ້າສານ ຫວຽດນາມ; ຈັດຕັ້ງການຜະລິດຄືນໃໝ່ ແລະ ຊ່ວຍປະຊາຊົນຍົກສູງລາຍຮັບ, ຮັບປະກັນກ່ຽວກັບສິ່ງແວດລ້ອມຕາມຄຳໝັ້ນສັນຍາຂອງລັດຖະບານກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ຜ່ານ 6 ຮູບແບບຜັນຂະຫຍາຍຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນໃນເນື້ອທີ່ 300 ເຮັກຕາ ໄດ້ເກັບກ່ຽວນັ້ນ, ທາງກະຊວງຈະສືບຕໍ່ຜັນຂະຫຍາຍການປູກເຂົ້າລະດູໜາວຕໍ່ໃສ່ລະດູບານໃໝ່ ແລະ ລະດູຮ້ອນຕໍ່ໃສ່ລະດູໃບໄມ້ຫຼົ່ນຂອງປີຕໍ່ໄປ ເພື່ອມີພື້ນຖານປະກາດໃຊ້ລະບົບຕົວເລກວັດແທກການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງຕົ້ນເຂົ້າ”.

        ສ່ວນທ່ານ Li Guo, ຜູ້ຕາງໜ້າຄະນະປະຕິບັດງານ ແລະ ກອງທຶນການເງິນຫັນປ່ຽນກາກບອນ, ນັກຊ່ຽວຊານຂັ້ນສູງທະນາຄານໂລກ ໃຫ້ຮູ້ວ່າ, ເມື່ອແຜນຮ່າງບັນລຸຜົນສຳເລັດຈະແມ່ນຮູບແບບທົດລອງໃຫ້ແກ່ທົ່ວໂລກກ່ຽວກັບວິທີການປູກຝັງໃໝ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ