ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ
ທ່
ານລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ບຸ່ຍກວາງວີງ ໃນລາຍການປະຊາຊົນຖາມ, ລັດຖະມົນຕີຕອບ
(ພາບປະກອບ)
(vovworld) -ໃນລາຍການປະຊາຊົນຖາມ, ລັດຖະມົນຕີຕອບເມື່ອວັນທີ 3/5, ທ່ານລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ບຸ່ຍກວາງວີງ ໄດ້ຕອບຄຳຖາມ ຂອງນັກຊ່ຽວຊານເສດຖະກິດຕ່າງປະເທດທີ່ເປັນຫ່ວງເປັນໃຍຕໍ່ກົດໝາຍທີ່ພວມກໍ່ໃຫ້ເກີດການກະທົບທີ່ຫຍໍ້ທໍ້ເຖິງບັນດານັກລົງທຶນຕ່າງປະເທດທີ່ຢາກເຂົ້າມາລົງທຶນຢູ່ຫວຽດນາມ, ພິເສດແມ່ນບັນຫາຊື້ຂາຍ, ໂອນເອົາ ແລະ ຮ່ວມມືລະຫວ່າງພາກລັດ - ເອກະຊົນ. ທ່ານລັດຖະມົນຕີ ບຸ່ຍກວາງວີງ ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດພວມພັດທະນາ, ດັ່ງນັ້ນລະບົບກົດໝາຍກໍ່ພວມໄດ້ຮັບການປັບປຸງເທື່ອລະກ້າວ. ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ຮັບການຮັບຮູ້ຈາກບັນດານັກລົງທຶນຕ່າງປະເທດ. ສິ່ງດັ່ງກ່າວສະແດງອອກດ້ວຍຈຳນວນທຶນ ກໍ່ຄືຈຳນວນໂຄງການລົງທຶນໂດຍກົງຂອງຕ່າງປະເທດເຂົ້າຫວຽດນາມ ນັບມື້ນັບເພີ່ມຂຶ້ນຢ່າງແຮງ. ກ່ຽວກັບການຊື້ຂາຍ, ໂອນເອົາ ແລະ ຮ່ວມມືລະຫວ່າງພາກລັດ - ເອກະຊົນ. ທ່ານລັດຖະມົນຕີ ບຸ່ຍກວາງວີງ ເນັ້ນໜັກວ່າ:
”ໃນການປັບປຸງກົດໝາຍວ່າດ້ວຍການລົງທຶນໃນໄລຍະຈະມາເຖິງ. ຄາດວ່າພວກເຮົາກໍ່ຈະມີໝວດສະເພາະກ່ຽວກັບບັນຫາຊື້ຂາຍ, ໂອນເອົາວິສາຫະກິດ, ເພາະວ່າມັນແມ່ນບັນຫາທີ່ເຄັ່ງຮ້ອນໃນຕໍ່ໜ້າ. ທີສອງແມ່ນບັນຫາຄູ່ຮ່ວມມືລະຫວ່າງພາກລັດ - ພາກເອກະຊົນ PPP . ໃນປີນີ້, ດຳລັດກ່ຽວກັບ ຄູ່ຮ່ວມມືລະຫວ່າງພາກລັດ - ພາກເອກະຊົນ ຈະໄດ້ຮັບການປະກາດໃຊ້ຢ່າງແນ່ນອນ ແລະ ມັນໄດ້ຮັບການຕີລາຄາຈາກບັນດານັກອຸປະຖຳສາກົນໃນປະຈຸບັນວ່າເໝາະສົມກັບທຳນຽມສາກົນ, ດຶງດູດບັນດານັກລົງທຶນຕ່າງປະເທດ ແລະ ມີລັກສະນະເປັນໄປໄດ້ຢູ່ຫວຽດນາມ”
ທ່ານລັດຖະມົນຕີ ບຸ່ຍກວາງວີງ ຢືນຢັນວ່າ, ເມື່ອມີເອກະສານນິຕິກຳໃຫ້ແກ່ສອງບັນຫາດັ່ງກ່າວ, ແນ່ນອນວ່າສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ຈະໄດ້ຮັບການປັບປຸງໃຫ້ດີພໍສົມຄວນ.