ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາເສດຖະກິດ - ສັງຄົມກັບ ກູບາ

(VOVWORLD) - ວັນທີ 3 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ
ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາເສດຖະກິດ - ສັງຄົມກັບ ກູບາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz

ທີ່ພວມມີການຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຄັ້ງທີ 35 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງລັດຖະບານ ກູບາ ໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ ກູບາ ໃນຫລາຍຂົງເຂດ ແລະ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາວິສາຫະກິດຊຸກຍູ້ການລົງທຶນເຂົ້າບັນດາຂົງເຂດຜະລິດ, ສິນຄ້າເຄື່ອງໃຊ້ສອຍ, ກະສິກຳຢູ່ ກູບາ. ສ່ວນທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊາບກ່ຽວກັບໝາກຜົນກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ. ພ້ອມທັງໃຫ້ຮູ້ວ່າ: ກູບາ ປາດຖະໜາຢາກດຶງດູດການລົງທຶນຂອງ ຫວຽດນາມ ແລະ ຫວັງວ່າ ທະນາຄານກະສິກຳ ຫວຽດນາມ ຈະເປີດສາຂາຕ່າງໜ້າປະຈຳ ກູບາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າຂອງບັນດາວິສາຫະກິດ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກໍ່ມີການພົບປະກັບທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ