ຫວຽດນາມ ມີຄວາມປາຖະໜາຢາກຮ່ວມມືຢ່າງມີປະສິດທິຜົນກັບ ສະວິດ ໃນຫຼາຍຂົງເຂດ

(VOVWORLD) - ວັນທີ 13 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້ ໄດ້ເລີ່ມຕົ້ນຢ້ຽມຢາມ ແລະ ເຮັດວຽກຢູ່ ສະວິດ.
ຫວຽດນາມ ມີຄວາມປາຖະໜາຢາກຮ່ວມມືຢ່າງມີປະສິດທິຜົນກັບ ສະວິດ ໃນຫຼາຍຂົງເຂດ - ảnh 1ຫວຽດນາມ ມີຄວາມປາຖະໜາຢາກຮ່ວມມືຢ່າງມີປະສິດທິຜົນກັບ ສະວິດ ໃນຫຼາຍຂົງເຂດ 

ທີ່ນະຄອນຫຼວງ Bern, ເມື່ອແລກປ່ຽນກັບ ທ່ານລັດຖະມົນຕີເສດຖະກິດ, ບຳລຸງສ້າງ ແລະ ຄົ້ນຄວ້າ Johann Schneider-Amman, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້ ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນທຸກໆຂົງເຂດກວ່າອີກ, ພິເສດແມ່ນດ້ານການເມືອງ - ການທູດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ ແລະ ການສຶກສາ - ບ ຳລຸງສ້າງ. ເພື່ອແນໃສ່ນຳ ການຮ່ວມມືດ້ານເສດຖະກິດສອງປະເທດໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ. ພິເສດ, ສອງຝ່າຍເຫັນດີເປັນເອກະພາບຖືເອົາ ການສຶກສາ - ບ ຳລຸງສ້າງ ແມ່ນຂົງເຂດຮ່ວມມືຈຸດສຸມໃນໄລຍະຈະມາເຖິງ ແລະ ສົ່ງເສີມບັນດາພື້ນຖານການບຳລຸງສ້າງສອງປະເທດໃຫ້ເຊື່ອມຕໍ່ເປັນຄູ່ຮ່ວມມື. ໃນການເຮັດວຽກກັບ ຫົວໜ້າຄະນະກຳມະການເສດຖະກິດ ແລະ ພາສີ ສະພາຕ່ຳສະວິດ, ທ່ານນາງ Susanne Leutenegger Oberholzer, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້ ໄດ້ຢືນຢັນວ່າ ບັນດາໂຄງການທີ່ ສະວິດ ອຸປະຖຳໄດ້ ແລະ ພວມຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດ ພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າສາກົນຂອງ ຫວຽດນາມ. ທີ່ການເຮັດວຽກກັບສະພາຕ່ຳສະວິດ, ສະມາຊິກກຳມາທິການພົວພັນຕ່າງປະເທດສະພາຕ່ຳ, ທ່ານ Claude Begle ແລະ ເອກອັກຄະລັດຖະທູດຮັບຜິດຊອບການພັດທະນາໂລກ, ລັດຖະມົນຕີການຕ່າງປະເທດ, ທ່ານ Pio Wennubst, ສອງຝ່າຍເຫັນດີເປັນເອກະພາບຄວນຊຸກຍູ້ການເຈລະຈາໃຫ້ສຳເລັດ ແລະ ຮັບຮອງເອົາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ EFTA ໂດຍໄວ.
ທີ່ການຕ້ອນຮັບບັນດາວິສາກະກິດແຖວໜ້າຂອງ ສະວິດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້ ໄດ້ຊົມເຊີຍບັນດາວິສາຫະກິດລົງທຶນຢູ່ ຫວຽດນາມ; ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ; ແນະນຳບັນດານະໂຍບາຍບຸລິມະສິດ ແລະ ສົ່ງເສີມໃນບັນດາຂົງເຂດທີ່ບັນດາວິສາຫະກິດພວມສົນໃຈ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວ້ ກໍ່ໄດ້ພົບປະກັບພະນັກງານ, ພາລະກອນ ຂອງສະຖານທູດຫວຽດນາມ ປະຈຳສະວິດ

ຕອບກັບ

ຂ່າວ/ບົດ​ອື່ນ