ຫວຽດນາມ ມານະພະຍາຍາມຮອດປີ 2050 ປາສະຈາກການປ່ອຍອາຍພິດໃນຂົງເຂດກະສິກຳ

(VOVWORLD) - ລັດຖະບານໃຫ້ມອບໜ້າທີ່ໃຫ້ຂະແໜງກະສິກຳ ປະຕິບັດວິວັດການຫັນເປັນກະສິກຳສີຂຽວ, ຍືນຍົງ
ຫວຽດນາມ ມານະພະຍາຍາມຮອດປີ 2050 ປາສະຈາກການປ່ອຍອາຍພິດໃນຂົງເຂດກະສິກຳ - ảnh 1ຮ້ານວາງຂາຍບັນດາຜະລິດຕະພັນກະເສດຂອງ ຫວຽດນາມ
(ພາບ:VOV)

 ໄລຍະຜ່ານມາ, ຂະແໜງກະສິກຳ ຫວຽດນາມ ບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າໃນການເຕີບໂຕການສົ່ງອອກ, ແຕ່ວ່າບັນຫາກ່ຽວກັບຊັບພະຍາກອນທີ່ດິນ, ນ້ຳ, ຊີວະນາໆພັນຍັງແມ່ນບັນຫາຄົງຄ້າງ. ປະຕິບັດວິວັດການຫັນປ່ຽນກະສິກຳສີຂຽວ, ຂະແໜງກະສິກຳ ວາງເປົ້າໝາຍ ໄລຍະຈະມາເຖິງ, ຮັບປະກັນການພັດທະນາແບບຍືນຍົງ, ທັງຫລຸດຜ່ອນການກະທົບກໍ່ມົນລະພິດສິ່ງແວດລ້ອມ.

        ລັດຖະບານໃຫ້ມອບໜ້າທີ່ໃຫ້ຂະແໜງກະສິກຳ ປະຕິບັດວິວັດການຫັນເປັນກະສິກຳສີຂຽວ, ຍືນຍົງ. ຕາມນັ້ນແລ້ວ, ໄລຍະ 2021 – 2030 ວິໄສທັດຮອດປີ 2050, ຕ້ອງ “ພັດທະນາພື້ນຖານກະສິກຳສີຂຽວ, ເປັນມິດກັບສິ່ງແວດລ້ອມ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫລຸດຜ່ອນມົນລະພິດສິ່ງແວດລ້ອມເຂດຊົນນະບົດ”. ທ່ານ ດ່າວເທ໋ແອັງ, ຮອງຫົວໜ້າສະຖາບັນວິທະສາຍາດ ກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        “ປະຈຸບັນ, ການປ່ອຍອາຍພິດໃນຂົງເຂດກະສິກຳແມ່ນປະມານ 30%, ສູງພໍສົມຄວນ, ໃນນັ້ນ, ຄວາມສາມາດບົ່ມຊ້ອນຂອງຂະແໜງແມ່ນເພື່ອຫລຸດຜ່ອນອາຍພິດໃຫ້ເປັນຢ່າງດີ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຮອດປີ 2030 ຫລຸດຜ່ອນ 10% ອາຍພິດເຮືອນແກ້ວຈາກກະສິກຳ. ຮອດປີ 2050, ປະຕິບັດຖືກກັບຄຳໝັ້ນສັນຍາຂອງລັດຖະບານ ແມ່ນ “Net Zero”, ໝາຍຄວາມວ່າປາສະຈາກການປ່ອຍອາຍພິດໃນຂົງເຂດກະສິກຳ”.

ຕອບກັບ

ຂ່າວ/ບົດ​ອື່ນ