ຫວຽດ​ນາມ ຢັ້ງ​ຢືນ​ພາບ​ພົດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ໃນ​ການ​ສ້າງ​ປະ​ຊາ​ຄົ​ມ ອາ​ຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວເກືອບ 60 ຄັ້ງ ນັບທັງຫຼາຍຝ່າຍ ແລະ 2 ຝ່າຍ.
ຫວຽດ​ນາມ ຢັ້ງ​ຢືນ​ພາບ​ພົດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ໃນ​ການ​ສ້າງ​ປະ​ຊາ​ຄົ​ມ ອາ​ຊຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: VOV)

     ຕອນຄ່ຳວັນທີ 11 ຕຸລາ, ທ່ານນນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ຢ່າງຈົບງາມ, ແຕ່ວັນທີ 08 – 11 ຕຸລາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສປປ ລາວ, ປະທານ ອາຊຽນ 2024 ສອນໄຊ ສີພັນດອນ.     

    ຕອບສຳພາດນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ:  ໃນເວລາ 4 ວັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວເກືອບ 60 ຄັ້ງ ນັບທັງຫຼາຍຝ່າຍ ແລະ 2 ຝ່າຍ,  ຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນອາຊຽນ; ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມື.

   ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບການນຳຂັ້ນສູງຂອງບາງປະເທດ, ໃນນັ້ນ ມີການນຳ ສປປ ລາວ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ:  

   ການແລກປ່ຽນລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ແລະ ການນຳຂັ້ນສູງຂອງລາວ ສະແດງຄວາມສະໜິດຕິດພັນ ໄວ້ເນື້ອເຊື່ອໃຈສູງສຸດ. ອີກເທື່ອໜຶ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ສະຫງວນບຸລິມະສິດສູງສຸດ ໃຫ້ແກ່ສາຍພົວພັນທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ລາວ, ຍາມໃດກໍ່ມານະພະຍາຍາມເພິ່ມພູນຄູນສ້າງ ແລະ ນຳສາຍພົວພັນ ຫວຽດນາມ ລາວ ສືບຕໍ່ພັດທະນາຢ່າງຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ.

  ທີ່ການພົບປະຄັ້ງຕ່າງໆ, ການນຳປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຢັ້ງຢືນຄວາມສຳຄັນຂອງການພົວພັນກັບ ຫວຽດນາມ, ຕີລາຄາສູງທີ່ຕັ້ງ ແລະ ບົດບາດນັບມື້ນັບເພິ່ມຂຶ້ນຂອງ ຫວຽດນາມ ບົນເວທີສາກົນ.

                            

         

                   

ຕອບກັບ

ຂ່າວ/ບົດ​ອື່ນ