ຫວຽດ​ນາມ, ຢູ​ແກຼນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື​ໃນ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ

(VOVWORLD) -   ວັນທີ 21 ມິຖຸນາ, ທ່ານ ຫງວຽນຮົ່ງແທັກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ເຮັດວຽກກັບອົງການອົບພະຍົບ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ຢູແກຼນ ຢູ່ສຳນັກງານຂອງອົງການອົບພະຍົບ ຢູແກຼນ.
ຫວຽດ​ນາມ, ຢູ​ແກຼນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື​ໃນ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ - ảnh 1ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງແທັກ ເຮັດວຽກກັບອົງການອົບພະຍົບ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ຢູແກຼນ (ພາບ: TTXVN)

ເຂົ້າຮ່ວມເຫດການ, ກ່ຽວກັບຝ່າຍອົງການອົບພະຍົບ ຢູແກຼນ ມີທ່ານນາງຜູ້ອຳນວຍການ Natalia Naumenko ແລະ ທ່ານຫົວໜ້າກົມພົວພັນສາກົນ Denys Shpak. ສຳລັບທາງກະຊວງການຕ່າງປະເທດ ຢູແກຼນ ມີທ່ານ Yevhen Shkvyra ຫົວໜ້າຫ້ອງວິຊາ ກົມກົງສູນ.

        ທີ່ການເຮັດວຽກ, ບັນດາອົງການຂອງ ຢູແກຼນ ຖືວ່າ ວຽກງານປົກປ້ອງພົນລະເມືອງສອງປະເທດຄວນສືບຕໍ່ຮັກສາກົນໄກສົມທົບເປັນປະຈຳ ແລະ ມີປະສິດທິຜົນຄືໃນປັດຈຸບັນ ແລະ ໃນໄລຍະຈະມາເຖິງ, ເມື່ອມີເງື່ອນໄຂ ຕ້ອງສຳຫຼວດກວດຄືນເອກະສານຮ່ວມມືບາງສະບັບເພື່ອມີການປ່ຽນແປງໃໝ່ຢ່າງທັນການ ເພື່ອແນໃສ່ຕອບສະໜອງຕາມສະພາບການຕົວຈິງ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທັກ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ຢູແກຼນ ສົມທົບກັບສະຖານທູດ ເພື່ອມີມາດຕະການໜູນຊ່ວຍຢ່າງມີໄຫວພິບ, ທັນການສຳລັບຕໍ່ຄວາມມຸ່ງມາດປາດຖະໜາຢ່າງຊອບທຳຂອງວົງຄະນະຍາດ. ຜ່ານການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະມີຄຳແນະນຳແກ້ໄຂໃຫ້ພົນລະເມືອງໂດຍອີງໃສ່ແຕ່ລະກໍລະນີລະອຽດ. ສອງຝ່າຍກໍໄດ້ພົບປະກັນແບບເຊິ່ງໜ້າເພື່ອສົມທົບກັນເມື່ອມີຄວາມຈຳເປັນ.  

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ