ຫວຽດນາມ - ລາວຍູ້ແຮງການຮ່ວມມື ບຳລຸງສ້າງພະນັກງານການນຳ
ຊຸດອັບຮົມໃຫ້ແກ່ພະນັກງານແນວລາວສ້າງຊາດ |
(vovworld)-
ກອງປະຊຸມສຳມະນາວິທະຍາສາດວ່າດ້ວຍຫົວຂໍ້ “ວຽກງານບຳລຸງສ້າງພະນັກງານການນຳ, ຄຸ້ມຄອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ ແລະ ລາວ”ຖືກໄຂຂຶ້ນໃນຕອບບ່າຍວັນທີ 26/10 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງສາຍພົວພັນແບບພິເສດຫວຽດນາມ-ລາວເວົ້າລວມ ແລະ ການພົວພັນຮ່ວມມືບຳລຸງສ້າງພະນັກງານເວົ້າສະເພາະລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນຫົວເລື່ອງດຶງດູດຄວາມສົນໃຈຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາຂອງ 2 ປະເທດ. ໃນເງື່ອນໄຂປະຕິບັດການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢູ່ແຕ່ລະປະເທດ, ວຽກງານບຳລຸງສ້າງພະນັກງານນັບມື້ນັບຈຳເປັນຍິ່ງກວ່າເວລາໃດໝົດ. ຜ່ານນັ້ນ ກໍເປັນພື້ນຖານດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ແຜນນະໂຍບາຍ, ນະໂຍບາຍໃນການພົວພັນຮ່ວມມື ບຳລຸງສ້າງພະນັກງານການນຳ, ຄຸ້ມຄອງລະຫວ່າງ 2 ປະເທດ.