ຫວຽດນາມ - ລາວ - ກຳປູເຈຍ ຊຸກຍູ້ການຮ່ວມມືສອນວິຊາຊີບ

ຫວຽດນາມ - ລາວ - ກຳປູເຈຍ ຊຸກຍູ້ການຮ່ວມມືສອນວິຊາຊີບ - ảnh 1
ກອງປະຊຸມໃນຕອນເຊົ້າວັນທີ 10/10
(ພາບ: Hoàng Chương/Vietnam+)

(vovworld) – ວັນ​ທີ 10/10, ກອງ​ປະຊຸມ​ລັດຖະມົນຕີ​ສະ​ເພາະ​ກິດ​ສອນ​ວິຊາ​ຊີບ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ຖືກ​ຈັດ​ຂຶ້ນ​ຢູ່ ວຽງ​ຈັນ, ລາວ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ບູ່​ຍວັນ​ກາ ​ແລະ​ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ງອກ​ຟີ ຕາງໜ້າ​ໃຫ້ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ກັບ​ອົງການ​ພາສາ ຝຣັ່ງ OIF ​ແລະ ສະຫະ​ສະມາຄົມ​ຊຸກຍູ້​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຢູ່​ຕ່າງ​ປະ​ເທດ​ຂອງ​ລາຊະ​ອານາຈັກ ​ແບນ​ຊິກ APEFE ​ໃນ​ໄລຍະ​ຜ່ານ​ມາ. ບັນດາ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ສົມທົບ​​ກັນໃນ​ການ​ປະຕິບັດ​​ແຜນການ​ວາງ​ອອກ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ສົມທົບ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ຝ່າຍ​ກໍ​ຄື​ຄວາມ​ສາມາ​ດຕອບ​ສະໜອງ​ຂອງ OIF ​ແລະ APEFE. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຝ່າ​ຍສືບ​ຕໍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ສ້າງ ​ແລະ ຄຸມ​ຄອງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ກໍ່​ຄື​ການ​ສ້າງ​ໂຄງການ​ທົດ​ລອງ​ຢ່າງເໝາະ​ສົມ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ສູງ​ສຸດ.

        ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​​ໂຄງການ​ຮ່ວມ​ມື​ລະ​ຫວ່າງ​ຝ່າຍ​ຕ່າງ​ໆ, ພ້ອມ​ທັງ​ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທ​ດ ຫວຽດນາມ - ລາວ - ກຳປູ​ເຈຍ, ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ, ໜູນ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ຄຸ້​ມຄອງການ​ເງິນ​ຢູ່​ໂຮງຮຽນ​ຢ່າງ​ມີ​ປະສິດທິ​ຜົນ.​..​

ຂ່າວ/ບົດ​ອື່ນ