ຫວຽດນາມ - ລາວ ແບ່ງປັນບົດຮຽນການເຄືອນໄຫວສະພາແຫ່ງຊາດ, ສະພາປະຊາຊົນ
(ພາບ: baobinhduong.org.vn)
(vovworld) – ຕອນບ່າຍວັນທີ 27/2, ຄະນະຜູ້ແທນກຳມາທິການວັດທະນະທຳ - ສັງຄົມສະພາແຫ່ງຊາດ ລາວ ໂດຍທ່ານ ພອນເທບ ພົນເສນາ, ກຳມະການປະຈຳສະພາແຫ່ງຊາດ, ຫົວໜ້າກຳມະທິການເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິງເຢືອງ.
ທີ່ການເຮັດວຽກ, ບັນດາຜູ້ແທນແຂວງ ບິງເຢືອງ ກໍ່ໄດ້ແບ່ງປັນບົດຮຽນການປະຕິບັດບັນດາໂຄງການ, ນະໂຍບາຍຮັບປະກັນຊີວິດສັງຄົມ, ບັນດານະໂຍບາຍສ້າງວຽກເຮັດງານທຳ, ບຳລູງສ້າງແຫຼ່ງຊັບພະຍາກອນມະນຸດ, ເບິ່ງແຍງດູແລຜູ້ອອກແຮງງານຢູ່ທ້ອງຖິ່ນຢ່າງຮອບດ້ານ...ທ່ານ ພອນເທບ ພົນເສນາ ສະແດງຄວາມປະທັບໃຈ ຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງ ຫວຽດນາມ ເວົ້າລວມ ແລະ ຂອງແຂວງ ບິງເຢືອງ ເວົ້າສະເພາະ. ທ່ານໃຫ້ຮູ້ວ່າການຢ້ຽມຢາມຂອງຄະນະຜູ້ແທນ ລາວ ຢູ່ ຫວຽດນາມ ຄັ້ງນີ້ເພື່ອປະກອບສ່ວນປັບປຸງສາຍພົວພັນສາມັກຄີ, ມິດຕະພາບພິເສດລະຫວ່າງສອງຊາດ ໃຫ້ນັບມື້ນັບດີງາມກວ່າອີກ. ຜ່ານການຢ້ຽມຢາມ, ຄະນະຜູ້ແທນຊອກຮູໄດ້ບັນດາຂໍ້ມູນຂ່າວສານ, ບົດຮຽນທີ່ດີໃນຂັ້ນຕອນການຕິດຕາມກວດກາ, ການຮັບເອົາຄຳເຫັນຈາກປະຊາຊົນຂອງສະພາປະຊາຊົນແຂວງ ບິງເຢືອງ. ໃນວັນດຽວກັນ, ຄະນະຜູ້ແທນກຳມາທິການວັດທະນະທຳ - ສັງຄົມສະພາແຫ່ງຊາດ ລາວ ໄດ້ມາຢ້ຽມຊົມສູນກາງບໍລິຫານແບບລວມສຸນແຂວງ ບິງເຢືອງ ແລະ ໃຈກາງນະຄອນ ບິງເຢືອງ ໃໝ່.