ຫວຽດ​ນາມ ສ​ວມ​ບົດ​ບາດ​ສຳ​ຄັນ, ເປີດ​ທາງ​ໃຫ້​ແກ່​ການ​ຍົກ​ສູ​ງ​ການ​ພົວ​ພັນ ອາ​ຊຽນ - ສ.ເກົາຫຼີ

(VOVWORLD) - ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ຈະສ້າງຄວາມສະດວກແກ່ເລື່ອງ ອາຊຽນ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສ.ເກົາຫຼີ ໃນປີນີ້. 
ຫວຽດ​ນາມ ສ​ວມ​ບົດ​ບາດ​ສຳ​ຄັນ, ເປີດ​ທາງ​ໃຫ້​ແກ່​ການ​ຍົກ​ສູ​ງ​ການ​ພົວ​ພັນ ອາ​ຊຽນ - ສ.ເກົາຫຼີ - ảnh 1ທ່ານ Lee Jang – keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ (ພາບ: ນັກຂ່າວ VOV ປະຈຳ ອິນໂດເນເຊຍ)

ນີ້ແມ່ນຄຳແບ່ງປັນຂອງທ່ານ Lee Jang – keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ ກ່ອນດໍາເນີນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນໃນອາທິດນີ້ຢູ່ ລາວ.

        ທ່ານ Lee Jang – keun ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ ໃຫ້ຮູ້ວ່າ ດ້ວຍຖານະເປັນຄູ່ຮ່ວມມືເຈລະຈາທີ່ຕັ້ງໜ້າຂອງ ອາຊຽນ, ສ.ເກົາຫຼີ ຈະເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີ, ອາຊຽນ + 3, ອາຊີຕາເວັນອອກ ແລະ ເວທີປາໄສພາກພື້ນ (ARF) ຢູ່ນະຄອນຫຼວງ ວຽງຈັນ, ລາວ ໃນອາທິດນີ້. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ:

        “ຫວຽດນາມ ແລະ ສ.ເກົາຫຼີ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022. ນີ້ແມ່ນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດສຳຄັນ. ປີ 2024, ອາຊຽນ ແລະ ສ.ເກົາຫຼີ ມຸ່ງໄປເຖິງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ດັ່ງນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ຈະເປີດທາງ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ ສ.ເກົາຫຼີ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອາຊຽນ”.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ